ຄໍາໂອມ

 

ຄໍາໂອມ ແມ່ນວັນນະຄະດີພື້ນເມືອງລາວປະເພດໜຶ່ງ ເຊິ່ງແຕ່ງໃນຮູບແບບເປັນກາບກອນ ຫຼື ເອີ້ນວ່າຄໍາຮ້ອຍກອງ, ເປັນບົດຢ່າງມີສີລະປະອ່ອນຊ້ອຍ ອັນປະກອບດ້ວຍຄໍາເວົ້າທີ່ອ່ອນໂຍນ, ນິ້ມນວນ, ມີລັກສະນະປວງຊົນ ແລະ ທ່ອງຈໍາໄດ້ງ່າຍ.

ຄໍາໂອມສ່ວນຫຼາຍເປັນກອນຮ່າຍ ຫຼື ບາງບົດກໍແຕ່ງເປັນຄໍາຮ້ອຍແກ້ວ, ແຕ່​ກໍສໍາຜັດຄ່ອງເຄືອກັນ. ເມື່ອອ່ານຫຼື ຟັງຄໍາໂອມມີຄວາມຮູ້ສຶກອອນຊອນ, ໂສກເສົ້າ ເປັນທຳມະຊາດໃນທຳນອງສຽງ. ດັ່ງນັ້ນ, ຈຶ່ງຖືວ່າຄໍາໂອມແມ່ນສີລະປະຄໍາເວົ້າພື້ນເມືອງປະເພດໜຶ່ງ ທີ່ມີຄວາມໝາຍຢ່າງເລິກເຊິ່ງ.

ຄໍາໂອມໄດ້ປະດິດແຕ່ງຂຶ້ນ ໂດຍປະຊາຊົນຊາວຜູ້ອອກແຮງງານ ອັນເປັນເວລາດົນນານຜ່ານມາແລ້ວ ແລະ ແຕ່ງຂຶ້ນເພື່ອເປັນການຮັບໃຊ້ ຫຼື ຕອບສະໜອງໃຫ້ແກ່ການມຸ່ງຫວັງແນວຄິດຈິດໃຈ,  ການດໍາລົງຊີວິດຕາມຄວາມເຊື່ອຖືໃນຮີດຄອງປະເພນີ ແລະ ສາສະໜາແບບດັ້ງເດີມຂອງປະຊາຊົນລາວ ໂດຍອີງຕາມສະພາບຄວາມເປັນຈິງໃນສະໄໝບູຮານ.

  ຄໍາໂອມມີຈຸດພິເສດໃນຕົວຂອງບົດຄື ສາມາດທ່ອງຈໍາໄດ້ງ່າຍ, ສາມາດແຕ່ງໄດ້ທັງຮູບແບບຄໍາຮ້ອຍກອງ ແລະ ຄໍາຮ້ອຍແກ້ວ, ແມ່ນຄຳເວົ້າທີ່ມີຄວາມໝາຍຕໍ່ຈິດໃຈ, ຄໍາໂອມປະດິດແຕ່ງດ້ວຍຄໍາເວົ້າລາວໆແບບດັ້ງເດີມ.

ຕົວຢ່າງ: “…. ເອີ-ພໍ່ແມ່ຢ້າວເຮືອນບໍ່ໄດ້ປະໄຂ້ໄວ້ໃຫ້ເຈັບ ຍັງອູ້ມເສື້ອໄປໃສ່ມົດ ປົດເສື້ອໄປໃສ່ໝໍ ຜີທາງອື່ນບໍ່ໃຫ້ມາວ່າ ຮ່າທາງອື່ນບໍ່ໃຫ້ມາທໍ...ຄໍາໂອມທີ່ເວົ້າໃນເລື່ອງໄສຍະສາດຄື ການເສັນ, ການເຢົາ, ການແກ້ ຂອງໝໍ(ຜູ້ທຳພິທີ) ມີມະໂນພາບຢ່າງເລິກເຊິ່ງ ຈົນສາມາດເຮັດໃຫ້ຜູ້ຟັງເກີດອາລົມຄ້ອຍໄປນຳ ແລະ ໂນ້ມນ້າວຈິດໃຈຂອງຄົນ. ສະນັ້ນ, ຈາກຈຸດພິເສດຂອງຄໍາໂອມຈຶ່ງປຽງເໝືອນສີລະປະຂອງການໃຫ້ກໍາລັງໃຈ ທີ່ມີຜົນແກ່ຄົນຜູ້ມີບັນຫາໂດຍທາງກົງ ແລະ ທາງອ້ອມ.

  ຄໍາໂອມໃນສະໄໝບູຮານ ປະດິດແຕ່ງຂຶ້ນມາໂດຍປາກເປົ່າ. ສະນັ້ນ ເມື່ອມີຜູ້ນຳມາຂຽນຈຶ່ງເອົາສຳນວນຄໍາເວົ້າແບບຮ້ອຍແກ້ວມາຂຽນເປັນແບບພາສາຄໍາຮ້ອຍກອງຄື: ມີ 2 ເຟື້ອງແບບກອນອ່ານທົ່ວໄປ ຫຼື ແຕ່ງເປັນແບບເຟື້ອງດຽວດັ່ງຕົວຢ່າງລຸ່ມນີ້:

-    ເອີ... ມື້ນີ້ວັນນີ້ ລູກເຕົ້າເຈົ້າເສື່ອ ຍັງວ່າໄດ້ໄປພົບອັນພານ ໝານອັນຮ້າຍ ຢູ່ກາງດົງຫົວນາ ກາງປ່າຫົວໄຮ່ ຍັງເຈັບໄຂ້ໄດ້ປ່ວຍ ຍັງບໍ່ຢ່າບໍ່ເຊົາ ນັບມື້ນັບເປັນແຮງ ນັບແລງຍັງບໍ່ສວ່າງ ກິນເຂົ້າຍັງຂົມປາກ ຄ້ຽວໝາກຍັງຂົມຄໍ ຍັງວ່າເປັນໃຄ່ອະລອງ ເປັນພອງອໍ້ລໍ້...

-    ... ຍໍຂັນໝາກມາກ່ອນພາງາຍ              ຍໍຂັນຄາຍມາກ່ອນພາເຂົ້າ

ແຖນຫຼວງໃຫ້ມາເຕົ້າ                        ແຖນເຄົ້າໃຫ້ມາໂຮມ

ແຖນມິ່ງຜູ້ເບິ່ງແນນ                          ແຖນຄູນຜູ້ເບິ່ງລ້ຳ

ມານັ່ງລ້ອມອ້ອມພາຂວັນ                    ທັງໝູ່ແຖນລຽງ ວ່າມາເຢີຂວັນເອີຍ!

-    ... ມື້ນີ້ແມ່ນມື້ມະຫາຄຸນ                   ປຸນດາດີແຕ່ງແລ້ວ

ໃຫ້ລູກແກ້ວກິ່ງລົງມາ                       ເປັນລາຊາສືບສ້າງ                   

                                               ເມືອງມິ່ງກວ້າງນາຄອງ.

   ຄໍາໂອມມີ 4 ເນື້ອໃນຄື: 

-ເວົ້າເຖິງຄວາມເຊື່ອທາງໄຊຍະສາດ.

-ໃຊ້ເວົ້ານໍາຄົນ.

-ໃຊ້ເວົ້ານໍາສັດ.

-ໃຊ້ເວົ້ານໍາວັດຖຸສິ່ງຂອງຕ່າງໆ.

  


ความคิดเห็น