ຄວາມໝາຍ ແລະ ປະເພດຂອງວັນນະຄະດີພື້ນເມືອງລາວ

 

                                      
                    
ວັນນະຄະດີພື້ນເມືອງລາວ

 

        ແມ່ນວັນນະຄະດີທີ່ກໍາເນີດເກີດຂຶ້ນຕັ້ງແຕ່ຍັງບໍ່ທັນມີຕົວໜັງສືລາວ ເຊິ່ງແມ່ນປະຊາຊົນຊາວຜູ້ອອກແຮງງານລາວເປັນຜູ້ແຕ່ງ ແລະ ຂະຫຍາຍຕົວໂດຍການເລົ່າປາກຕໍ່ປາກສືບຕໍ່ກັນມາຈົນຮອດປັດຈຸບັນ. 

                ວັນນະຄະດີພື້ນເມືອງລາວມີ 3 ປະເພດຄື: 

1.  ວັນນະຄະດີລາວປະເພດຄໍາຮ້ອຍແກ້ວມີ:

-    ເທບນິຍາຍລາວປະກອບມີ: ເລື່ອງ ປູ່ເຍີຍ່າເຍີ, ໝາກນໍ້າເຕົ້າປຸງ, ເກີດນໍ້າເປັນດິນ, ກົກເຄົ້າກໍາເນີດດິນລາວ, ເທບນິຍາຍການສ້າງໂລກຂອງເຜົ່າມົ້ງ.

-    ພື້ນສືບລາວປະກອບມີ: ພື້ນສືບພະຍາສີໂຄດຕາບອງ, ພື້ນສືບທ້າວຈັນທາພານິດ, ພື້ນສືບກ່ຽວກັບຂຸນເຈືອງ-ຂຸນບູລົມ, ຕໍານານເມືອງຫຼວງພະບາງ, ຕໍານານເມືອງວຽງຈັນ, ຕໍານານທາດພະນົມ, ນິທານອຸຣັງຄະທາດ, ປຶ້ມພົງສະວາດານລາວ, ພື້ນສືບ ເຈົ້າລາດຊະວົງ, ຜູ້ມີບຸນ, ເຈົ້າຟ້າປາໃຈ

-    ນິທານອັດສະຈັນຂອງລາວປະກອບມີ: ເລື່ອງນາງເຕົາຄໍາ, ນາງຫຼ້າ-ນາງລຸນ, ກໍາພາຜີນ້ອຍ, ທ້າວເຈັດໄຫ, ອ້າຍຕຶກຄຶກ, ອ້າຍເກົ້າຮຸ່ງເກົ້າຮ່ວງ, ພູບາງຈຽງ-ພູມະໂລງ, ວັງກາຜູກ, ຫ້ວຍຕາເຫງົາ, ພູສາມເສົ້າ ແລະ ພູລູບ, ທ້າວພຸດທະແສນ ແລະ ນາງກັງຮີ, ໂຄກໝາກຫລົງ, ພູທ້າວພູນາງ,ນາງປູນາງເປັນ, ປາບູ່ທອງ, ອ້າຍນ້ອງກໍາພ້າໝາກຄໍໝາກຮຽງ, ນາງຫົງຄໍາ, ພີ່ອ້າຍຍາດນ້ອງໃພ້, ທ້າວກໍາພ້າງົວທ້ອງ, ທ້າວບຸນເທິງ ແລະ ນາງກາລາເຈົ້າ, ງົວນ້ອຍ, ກໍາພ້າກວ້າງ   ໝາກຫວາ,  ທ້າວເຕົ້າ, ອ້າຍຫູດຫີດແສນເປົາ, ທ້າວພູໄຮ, ກໍາພາໝາກເດື່ອ, ກໍາພ້າໝາກສ້ານ..

-    ນິທານຊວນຫົວຂອງລາວ: ເລື່ອງສົມບໍ່ຄິດ, ທ້າວໂປ້, ເລື່ອງ ຊ້ຽງໝ້ຽງ, ຕາຍຈາງບຣຽງ, ຊຽງໂພດ, ເລື່ອງ ລຸງດາວ, ສີໜວກ, ຜິເຮືອນດິບ, ສອງສ່ຽວໄປລັກໄກ່, ຕາບອດຄໍາຊ້າງ, ຜົວເມຍ ໃໝ່, ຊອກເມຍ, ສອງສ່ຽວໄປຄ້າ, ຜົວຈ້າເມຍຫຼັກ,  ສ່ອງສ່ຽວຫຼັກແຫຼມ, ເມຍຫຼິ້ນຊູ້ຈາກຜົວ, ເພິ່ນກະດັກໂຕກະດໍ, ຍ່າພໍສາລາໂມກ, ຍ່າພໍ່ຂີ້ຖີ່, ຫົວພໍ່ໂລບມາກ, ຈ້າງກວິງ, ທະເມັນໃຈ,  

-    ນິທານສັດຂອງລາວປະກອບມີ: ນົກເຄົ້າຕາເຫຼືອງ, ນົກເຄົ້າແມວກັບຟານ, ນົກຖົ່ວຫົວຫງອກ, ຊ້າງ ແລະ ເຜິ້ງ, ງົວ ແລະ ມ້າ, ເຕົ່າ ແລະ ຫານ, ໝາ ແລະ ເຈົ້າເຮືອນ, ກະຕ່າຍກັບຫອຍ, ລີງ ແລະ ແມງກອງກາບກອຍ, ລີງກັບນົກຈອກຟ້າ, ນົກຍາງກັນຈອນຟອນ, ຮຸ້ງເຖົ້າກັບແມວ, ສັດສີ່ຕີນ, ຄົນຕຶກເບັດ ແລະ ກາ, ເສືອ ແລະ ແມວ, ເສືອນົກໄສ່ຄໍາ, ຈອນຟອນສະຫາຍຕົວ, ຜົວເມຍນົກຈອກ, ເສືອເຖົ້າຈໍາສິນ, ແມວເຖົ້າໄປບວດ, ກາກິນບົ້ງ, ຄຸດ ແລະ ເຕົ່າ, ເຈົ້າຊີວິດ ແລະ ນົກແຂກແກ້ວ, ປ່າສາມໂຕ, ນາຍພານກັບລີງແມ່, ສັດສີ່ຕີນຕົກສາງ, ໝູ່ກາກິນອາຫານເປື້ອນ, ນົກອິນຊີ ແລະ ນົກເຄົ້າແມວ, ປູກັບນັກຍາງ, ເສືອ ແລະ ຊາວນາ.

2.  ວັນນະຄະດີປະເພດຄໍາຮ້ອຍກອງມີຄື:

-    ຄໍາໂສກ: ໂສກປຸກເຮືອນ, ໂສກປຸກໝາກໄມ້, ໂສກກອງ, ໂສກຄ້ອງ, ໂສກປືນ, ໂສກເຮືອ, ໂສກຖືນປັກໃສ່ນົກ, ໂສກກອນເຮືອ, ໂສກກາບຫຼອດເລົ້າເຂົ້າ, ໂສກແມ່ກະໄດ, ໂສກຜ້າໃໝ່, ໂສກຖົງ, ໂສກຕາຊັງ, ໂສກແຂແຫ,ໂສກຄົນ ແລະ ອື່ນໆ. 

-    ຄໍາໂອມ: ຄໍາໂອມຕາມພິທີກໍາທາງໄສຍະສາດ, ຄໍາໂອມທີ່ໃຊ້ນໍາຄົນ, ຄໍາໂອມໃຊ້ເວົ້້ານໍາຄົນ, ຄໍາໂອມໃຊ້ເວົ້້ານໍາສັດ, ຄໍາໂອມໃຊ້ເວົ້້ານໍາສິ່ງຂອງຕ່າງໆ.

-    ຄໍາທວາຍ: ຄໍາທວາຍທີ່ເວົ້າເຖິງຄົນ, ຄໍາທວາຍທີ່ເວົ້າເຖິງພຶກສາສາດ ແລະ ເຄື່ອງໃຊ້, ຄໍາທວາຍທີ່ເວົ້າເຖິງການອອກແຮງງານ, ຄໍາທວາຍທີ່ກໍາເນີດຂຶ້ນໃໝ່.

-    ຄໍາສຸພາສິດ: ຄໍາສຸພາສິດທີ່ເວົ້າເຖິງທໍາມະຊາດ ແລະ ການອອກແຮງງານ, ການພົວພັນລະຫວ່າງຄົນກັບຄົນ ແລະ ຄໍາສຸພາສິດທີ່ແຕ່ງຂຶ້ນໃໝ່.

-    ຄໍາຜະຫຍາ:ຄໍາຜະຫຍາທີ່ເວົ້າເຖິງການພົວພັນລະຫວ່າງບ່າວ-ສາວ, ຄວາມສວຍງາມ ແລະ ອຸດົມຮັ່ງມີຂອງບ້ານເກີດເມືອງນອນ, ການພົວພັນຄົນທີ່ບໍຍຸຕິທໍາໃນສັງຄົມ.

-    ຂັບ-ລໍາ-ເຊີ້ງ

3.  ວັນນະຄະດີປະເພດການສະແດງເທິງເວທີ (ການສະແດງພື້ນເມືອງ)

-    ລໍາເລື່ອງ:

-    ລະຄອນກ້ອມ:

 ເອກະສານອ້າງອີງຈາກປຶ້ມວັນນະຄະດີລາວຂອງ ສດຣ ອຈ ບໍ່ແສງຄໍາ ປີ1991

ความคิดเห็น