ບົດອະທິບາຍ-ພິສູດ "ແມ່ນວ່າມີຄວາມຮູ້ ເຕັມພຸງພຽງປາກ
ກໍດີທ້ອນ ສອນຕົວເອງບໍ່ໄດ້ ໃຜຊິຍ້ອງວ່າດີ ".
ຄົນທີ່ມັກໄປເວົ້າອວດອົ່ງມາຕົວເອງດີ, ມີຄວາມຮູ້, ມີຄວາມສາມາດ, ບາດຕົວເອງລະເຮັດບໍ່ໄດ້, ມີບັນຫາແທ້ ພັດແກ້ໄຂບໍ່ໄດ້, ພັດເຮັດບໍ່ໄດ້ແທ້ຄືດັ່ງທີ່ເວົ້າອອກໄປ ກໍບໍ່ມີໃຜຍ້ອງວ່າດີ ດັ່ງຄຳສຸພາສິດທີ່ວ່າ:
"ແມ່ນວ່າມີຄວາມຮູ້ ເຕັມພຸງພຽງປາກກໍດີທ້ອນ ສອນຕົວເອງບໍ່ໄດ້
ໃຜຊິຍ້ອງວ່າດີ ".
ຄົນທີ່ດີ, ຄົນທີ່ເກັ່ງ, ຄົນທີ່ມີຄວາມຮູ້, ຄວາມສາມາດແທ້
ເຂົາມັກຈະບໍ່ອວດ ສ່ວນຄົນທີ່ອວດມັກຈະເປັນຄົນທີ່ບໍ່ເກັ່ງ, ບໍ່ມີຄວາມຮູ້,ບໍ່ມີຄວາມສາມາດແທ້.ຄົນທີ່ມີຄວາມຮູ້ແທ້
ມັກຈະເປັນຄົນທີ່ສະຫງ່ຽມຄ່ຽມຄົມ,ບໍ່ເວົ້າຫລາຍ;ບໍ່ອວດດີ, ບໍ່ອວດເກັ່ງ, ບໍ່ອວດຮູ້, ບໍ່ອວດສະຫລາດ
ແຕ່ເຂົາຈະໃຊ້ຄວາມຮູ້ຄວາມສາມາດເຫຼົ່ານັ້ນ ເມື່ອເວລາທີ່ເໝາະສົມເທົ່ານັ້ນ, ເມື່ອມີບັນຫາແທ້ ເຂົາກໍສາມາດແກ້ບັນຫາໄດ້ .
ແຕ່ກົງກັນຂ້າມກັບບາງຄົນ ເວົ້າອວດດີ, ອວດເກັ່ງ,ອວດຮູ້,ອວດສະຫລາດໄປໝົດ, ອະນີ້ກະວ່າຕົວເອງຮູ້, ອະນັ້ນກະວ່າຕົວເອງເຮັດໄດ້, ແຕ່ບາດຮອດເວລາທີ່ສົມຄວນແທ້ ,ຕົວເອງພັດເຮັດບໍ່ໄດ້ຄືດັ່ງທີ່ເວົ້າເລີຍຈັກໜ້ອຍເຊັ່ນວ່າ:
ຄົນມີມາລະຍາດເຂົ້າຕ້ອງເປັນແບບນີ້, ເຂົາຕ້ອງເປັນແບບນັ້ນ, ບາດຕົວເອງລະບໍ່ມີມາລະຍາດບໍ່ມີຄຸນສົມບັດ, ຍາມທີ່ມີບັນຫາກໍແກ້ໄຂບັນຫາບໍ່ໄດ້, ໃຫ້ເຮັດສິ່ງນີ້ກະເຮັດບໍ່ໄດ້,ໃຫ້ເຮັດສິ່ງນັ້ນກະເຮັດບໍ່ໄດ້, ອວດຄົນອື່ນໄປມື້ໆ ສຸດທ້າຍກະບໍ່ມີໃຜເຊື່ອ
ບໍ່ມີໃຜສັດທາ,ບໍ່ມີໃຜຍ້ອງວາດີ,ມີຄົນດ່າຫາວ່າອວດດີ, ອວດອົ່ງ
ແຕ່ຄວາມຈິງແທ້ລະເຮັດບໍ່ໄດ້ ດັ່ງ ໃນນິທ່ານເລື່ອງໜຶ່ງ
ທີ່ຊ່າຍໜຸ່ມບ້ານນອກຄົນໜຶ່ງໄປຮຽນທີ່ຕ່າງປະເທດມາແລ້ວຈະຂີ່ເຮືອຂ້າມນໍ້າໃນຂະນະນັ້ນເອງລາວກໍຖາມລຸງຂັບເຮືອວ່າເປັນຫຍັງບໍ່ມີແນວນີ້,
ເປັນຫຍັງບໍ່ມີແນວນັ້ນ ແລ້ວກໍອວດອົ່ງວ່າຢູ່ຕ່າງປະເທດມີຄົບທຸກຢ່າງທັງສະດວກສະບາຍ.
ແລ້ວໃນຂະນະນັ້ນເອງແລ້ວ ກໍມີພາຍຸລົມແຮງມາ ຄົນຂັບເຮືອກໍໄດ້ຖາມຊາຍຄົນນັ້ນວ່າ
ລອຍນໍ້າເປັນບໍ ? ຊາຍຄົນນັ້ນຕອບວ່າບໍ?
ຖ້າລອຍບໍ່ເປັນກໍສໍ່າກັບວ່າເຈົ້າຈະເສຍທັງຊີວິດຂອງເຈົ້າໄປເລີຍ
ແລ້ວຊາຍຄົນນັ້ນກໍຈົມນໍ້າຕາຍໃນທີ່ນັ້ນດັ່ງກັບຄໍາເວົ້າທີ່ວ່າ: ຄວາມຮູ້ຖ້ວມຫົວ
ເອົາຕົວບໍ່ລອດ. ຄົນທີ່ເກັ່ງແຕ່ປາກ,
ອວດດີບໍ່ມີໃຜຍ້ອງວ່າດີ. ດັ່ງນັ້ນ, ພວກເຮົາຕ້ອງຝຶກຕົນໃຫ້ເປັນຄົນທີ່ດີແທ້
ສຶກສາຫາຄວາມຮູ້ມາພັດທະນາຕົວເອງຢູ່ສະເໝີ, ແລ້ວພວກເຮົາບໍ່ຄວນທີ່ຈະໄປອວດດີ, ອວດເກັ່ງ, ອວດຮູ້,ອວດສະຫລາດໃຫ້ຄົນອື່ນຮູ້ ຖ້າເຮົາບໍ່ມີຄວາມຮູ້ບໍ່ເກັ່ງແທ້, ຄິດກ່ອນຈະເວົ້າສະເໝີ, ຖ້າຄິດວ່າເວົ້າອອກໄປແລ້ວມັນບໍ່ມີຜົນດີກັບໃຜເລີຍ
ຢ່າເວົ້າເລີຍດີກວ່າ ເມື່ອເຖິງເວລາອັນຄວນຈຶ່ງຄ່ອຍເວົ້າອອກໄປ.
ຜ່ານການອະທິບາຍມາເທິງນັ້ນ ເຮົາສາມາດສະຫລຸບໄດ້ວ່າ :
ຄົນເຮົາບໍ່ຄວນທີ່ຈະໄປເວົ້າອວດດີ,ອວດຮູ້,ອວດເກັ່ງກັບຄົນອື່ນຖ້າເຮົາບໍ່ດີ,ບໍ່ຮູ້,ບໍ່ເກັ່ງແທ້.ຄວນທີ່ຈະສະແດງຄວາມຮູ້ຄວາມສາມາດໃນເວລາທີ່ເໝາະສົມຈະດີກວ່າ.ສະນັ້ນ
ໃນນາມທີ່ພວກນ້ອງເປັນນັກຮຽນກໍຄວນທີ່ຈະສຶກສາຫາຄວາມຮູ້ ແລະ ຝຶກໃຫ້ເປັນຄົນທີ່ດີ,ຄົນທີ່ມີຄວາມຮູ້,ຄວາມສາມາດຢ່າງແທ້ຈີງ
ແລ້ວນຳເອົາຄວາມຮູ້ນັ້ນມາພັດທະນາຕົວເອງໃຫ້ດີຂຶ່ນ ແລະ ພັດທະນາ
ປະເທດຊາດໃຫ້ຈະເລີນກ້າວໜ້າ.
ແຕ່ງໂດຍ: ດວງມາລາ ທອງສະຫວັນ
ความคิดเห็น
แสดงความคิดเห็น