ປະເພດຂອງຄໍາເວົ້າໃນພາສາລາວ

  


ຄຳເວົ້າໃນພາສາລາວມີ7ປະເພດຄື:

1.ຄຳນາມ
ແມ່ນຄຳທີ່ກ່າວເຖິິງຊື່ເອີ້ນຂອງຄົນ,ສັດ ແລະ ວັດຖຸສິ່ງຂອງເຊັ່ນ: ນາງແກ້ວ,ໂຕະ,ເຮືອນ...
2.ຄຳແທນນາມ(ສັບພະນາມ)
    ແມ່ນຄຳທີ່ແທນໃຊ້ຊື່ຂອງຄົນ,ສັດ ແລະ ວັດຖຸສິ່ງຂອງເຊັ່ນ: ເຈົ້າ,ຂ້ອຍ,ມັນ...
3.ຄຳຄຸນນາມ
    ແມ່ນຄຳທີ່ບອກເຖິງລັກສະນະຂອງຄຳນາມ,ຄຳແທນນາມ,ຄຳກຳມະ ຫຼື ຄຳຄຸນນາມດ້ວຍກັນເຊັ່ນ: ງາມ,ໃຫຍ່,ດຳ...
4.ຄຳກຳມະ
    ແມ່ນຄຳທີ່ບອກເຖິງອາການ,ການກະທຳ,ການເຄື່ອນໄຫວຂອງຄຳນາມ,ຄຳແທນນາມເຊັ່ນ: ໄປ,ນອນ,ກິນ...
5.ຄຳເຊື່ອມ
ແມ່ນຄຳທີ່ໃຊ້ເຊື່ອມຕໍ່ເພື່ອໃຫ້ປະໂຫຍກມີການເຊື່ອມໂຍງກັນເຊັ່ນ:ເພື່ອ,ທີ່,ເພາະວ່າ...
6.ຄຳຕໍ່
    ແມ່ນຄຳທີ່ໃຊ້ເຊື່ອມຕໍ່ລະຫວ່າງຄຳກັບຄຳ,ຄຳກັບວະລີ,ປະໂຫຍກກັບຄຳເພື່ອໃຫ້ມັນມີຄວາມສຳພັນກັນເຊັ່ນ: ກັບ,ແລະ,ປານກັບວ່າ...
7.ຄຳອຸທານ
    ແມ່ນຄຳເວົ້າທີ່ເວົ້າອອກມາດ້ວຍອາລົມ,ຄວາມຮູ້ສຶກທີ່ມາຈາກຈິດໃຈເຊັ່ນ: ໂອ້ຍ,ເອະ,ປາຕິໂທ..
ອ້າງຈາກປຶ້ມໄວຍາກອນລາວ 1991

ความคิดเห็น