ໂສກ ຫຼື ສະໂຫຼກ ໝາຍເຖິງ ຄວາມດີ, ຄວາມເປັນມຸງຄຸນເຊິ່ງເປັນວັນນະຄະດີພື້ນເມືອງປະເພດຄໍາກອນ ທີ່ກໍາເນີດມາແຕ່ສະໄໝບູຮານ. ຊາວບູຮານເຊື່ອຖືແບບທໍາມະຊາດດ້ວຍການນົບໄຫວ້ ເພື່ອຂໍພອນສິ່ງສັກສິດຈົ່ງຄຸ້ມຄອງ ແລະ ຮັກສາ.
ຄໍາໂສກ ມີຄຸນຄ່າໃນການເສີມສ້າງຄວາມຮູ້, ສະຕິປັນຍາໃນການຊອກຮູ້ທໍາມະຊາດ, ຊອກຮູ້ວິທີທໍາມະຫາກິນ ແລະ ການສ້າງສາຕ່າງໆ. ຊາວບູຮານແຕ່ງຄໍາໂສກຂຶ້ນມາ ເພື່ອເປັນການວັດແທກ, ເລືອກມື້ເລືອກຍາມ ແລະ ສ່ຽງໂຊກສະຕາເພື່ອໃຫ້ຜົນຂອງການອອກແຮງງານສໍາເລັດຂຶ້ນກວ່າເກົ່າ.
ຄໍາໂສກມີເນື້ອໃນເວົ້າເຖິງການເລືອກມື້ເລືອກຍາມ ແລະ ການເລືອກວັດຖຸສິ່ງຂອງທີ່ຕິດພັນກັບຊີວິດປະຈໍາວັນເຊັ່ນ: ໂສກຄ້ອງ, ໂສກກອງ, ໂສກປືນ, ໂສກກອນເຮືອນ,ໂສກດາບ, ໂສກສະແນນ, ໂສກຜູ້ຊາຍ ແລະ ແມ່ຍິງ, ໂສກເສົາເຮືອນ, ໂສກແປ້ນເຮືອນ, ໂສກກະຕ່າ, ໂສກພູ, ໂສກໄຖ, ໂສກຕະປູ, ໂສກຂອບທອດເລົ້າເຂົ້າ, ໂສກກາບຫຼອດ, ໂສກເລົ້າເຂົ້າ, ໂສກແມ່ຂັ້ນໄດ, ໂສກວັນປູກພືດ, ໂສກປີ່ໂສກແຄນ, ໂສກຄັນເບັດ, ໂສກໝໍ້ໜຶ່ງ, ໂສກເຮືອ ແລະ ໂສກຄົນ.
ความคิดเห็น
แสดงความคิดเห็น