#ຄວາມແຕກຕ່າງລະຫວ່າງກາບ ແລະ ກອນ
+ກາບ ແມ່ນບົດປະເພດໜຶ່ງ ເຊິ່ງມີການສຳຜັດຊ້ອນກັນຕໍ່ກັນໄປເລື້ອຍຕັ້ງແຕ່ຕົ້ນຈົນຈົບບົດ. ລັກສະນະການສຳຜັດຂອງກາບ ວັກ 1 ມີ 7 ຄໍາ, ຕອນໜ້າມີ 3 ຄໍາ ແລະ ຕອນຫຼັງ ມີ 4 ຄໍາ ໂດຍບໍ່ກໍານົດຫຼັກຄໍາປະຈໍາບ່ອນ.
ຕົວຢ່າງ:
ຫຼົວ ແລະ ຟືນ ຢ່າເອົາຮອງນັ່ງ
ເຊື້ອນັ່ງຕໍ່າ ຢ່າໄດ້ນັ່ງສູງ...
+ກອນ ແມ່ນບົດແຕ່ງປະເພດໜຶ່ງ ເຊິ່ງມີການສໍາຜັດເກາະກ່າຍກັນເປັນແຖວຄືດັ່ງກອນເຮືອນ. ລັກສະນະຂອງກອນໃນວັກໜຶ່ງ ມີ 7 ຄຳ, 9 ຄຳ, 11 ຄໍາ, ຫຼື 15 ຄຳ, ມີຄໍາບຸພະບົດ ແລະ ຄໍາສ້ອຍ. ມີການກຳນົດຫຼັກຄໍາປະຈໍາບ່ອນ.
ຕົວຢ່າງ:
ຫອມຫຼາຍເດດວງດອກໄມ້ ຈໍາປາເບັ່ງບານສີ ລາວເອີຍ
ຫອມບໍ່ເຫີຍຫາຍຮັກ ບໍ່ຈືດຈາງວາງເວັ້ນ
ຫອມລື່ນວງຈັນຄູ້ ສະເໜີຫາຮັກຫໍ່
ຂໍກອດກອນກາບສ້ອຍ ເປັນພວງຮ້ອຍຮວດງາມ
ດອກແລ້ວ!
ความคิดเห็น
แสดงความคิดเห็น