ຂໍ້ດີຂອງການຢູ່ຄົນດຽວ

 




    ການຢູ່ຄົນດຽວບໍ່ໄດແຍ່ແບບທີ່ຫຼາຍຄົນຄິດ ມີບ່າງຄົນທີ່ເບີ່ງວ່າມັນເປັນເລື່ອງທີ່ໜ້າເບື່ອ ເຮັດໃຫ້ຮູ້ສຶກເຫງົາ ແຕ່ການຢູ່ຄົນດຽວມີປະໂຫຍດຫຼາຍກວ່າທີ່ເຮົາຄິດເລີຍລະ ເພາະວ່າບໍ່ຕ້ອງວຸ້ນວາຍ ບໍ່ຕ້ອງຕາມໃຈຄົນອື່ນຕະຫຼອດເວລາ ເຮັດໃຫ້ເຮົາມີເວລາ ເຮັດໃນສິ່ງທີ່ເຮົາມັກຫຼາຍຂຶ້ນ ເຮັດໃຫ້ມີຄວາມສຸກຈາກຄວາມສະຫງົບຫຼາຍຂຶ້ນ ມື້ນີ້ເຮົາມາເບີ່ງນຳກັນວ່າປະໂຫຍດຈາກການຢູ່ຄົນດຽວມີຫຍັງແນ່.

1.ໄດ້ເພີ່ມພະລັງໃຫ້ກັບຕົວເອງ.



    ໃນແຕ່ລະມື້ທັ້ງຊີວິດສ່ວນຕົວ ແລະ ຊີວິດໃນການເຮັດວຽກ ເຮົາຕ້ອງປະສົບພົບຜູ້ຄົນຫຼາກຫຼາຍໜ້າຫຼາຍຕາເຮັດໃຫ້ຈິດໃຈສັບສົນວຸ້ນວາຍ ເກີດຄວາມອ່ອນຫຼ້າ ບໍ່ສາມາດເປັນຕົວຂອງຕົວເອງໄດ້ຢ່າງເຕີມທີ່ເພາະຕ້ອງຄອຍລະວັງສາຍຕາຄົນອື່ນ ດັ່ງນັ້ນຖ້າຢາກສະຫງົບ ມີອິດສະຫຼະ ລອງຫາເວລາໃນການຢູ່ຄົນດຽວງຽບໃນແຕ່ລະມື້ ເພື່ອເຕີມພະລັງໃຫ້ກັບຊີວິດຕົວເອງ ແລະ ເພື່ອຈະໄດ້ເປັນຕົວຂອງຕົວເອງໄດ້ຢ່າງເຕັມທີ່.

2.ມີເວລາທົບທວນຕົວເອງ.

   ການໃຊ້ຊີວິດທຸກໆມື້ມີເລື່ອງໃຫ້ຄິດ ໃຫ້ເຮັດຢູ່ຕະຫຼອດເວລາ ຈົນບ່າງຄັ້ງເຮັດໃຫເຮົາຫຼົງລືມໃສ່ໃຈສິ່ງທີ່ສຳຄັນໃນຊີວິດ ການຢູ່ຄົນດຽວຈະເຮັດໃຫ້ມີເວລາໃນການທົບທວນຕົວເອງ ໄດ້ພິຈາລະນາຊີວິດຂອງຕົວເອງທີ່ຜ່ານມາ ການໄດ້ຢູ່ຄົນດຽວເຮັດໃຫ້ເຂົ້າໃຈຕົວເອງໄດ້ຫຼາຍຂຶ້ນ ຊ່ວຍໃຫ້ຄິດອອກຫຼາຍໆຢ່າງ.

3. ທຳຄວາມເຂົ້າໃຈຕົວເອງ.



     ການຕ້ອງຢູ່ທ່າມກາງຜູ້ຄົນຕະຫຼອດເວລາ ຈະເຮັດໃຫ້ຮູ້ສຶກສັບສົນວຸ້ນວາຍ ການທີ່ເຮົາຢູ່ກັບຕົວເອງຈະເຮັດໃຫ້ມີໂອກາດໄດ້ເວົ້າກັບຕົວເອງຫຼາຍຂຶ້ນ ໃນສິ່ງທີ່ຕົນເອງມັກເຮັດ ບໍ່ມັກເຮັດ ເພາະເຮົາໄດ້ຟັງສຽງຄວາມຮູ້ສຶກໃນໃຈຂອງຕົວເອງຫຼາຍຂຶ້ນ ຍິ່ງມີເວລາຢູ່ກັບຕົວເອງຫຼາຍເທົ່າໃດ ກໍຍິ່ງເຮັດໃຫ້ເຂົ້າໃຈຕົວເອງຫຼາຍຂຶ້ນເທົ່ານັ້ນ ການຄົ້ນຫາຄຳຕອບບ່າງຢ່າງ ອາດຈະພົບຄຳຕອບໄດ້ຢ່າງງ່າຍດາຍ ໃນຕອນທີ່ຢູ່ຄົນດຽວ ເພາະເປັນຊ່ວງທີ່ຈິດໃຈສະຫງົບ. 

4. ໄດ້ເຮັດໃນສິ່ງທີ່ມັກ.
    
ການຢູ່ຄົນດຽວເຮັດໃຫ້ມີອິດສະຫຼະພາບຢ່າງແທ້ຈິງ ເຮັດໃຫ້ເຮົາສາມາດເຮັດໃນສິ່ງທີ່ເຮົາມັກໄດ້ໂດຍບໍ່ຕ້ອງສົນໃຈໃຜ ແຕ່ການຢູ່ເປັນກຸ່ມເພື່ອນ ເຮັດໃຫ້ເຮົາບໍ່ສາມາດເຮັດບ່າງຢ່າງທີ່ຕ້ອງການໄດ້ຢ່າງລາບລືນ ດັ່ງນັ້ນ ລອງຫາເວລາຢູ່ຄົນດຽວ ເພື່ອເຮັດກິດຈະກຳໃນສິ່ງທີ່ຕົວເອງມັກ ພຽງເທົ່ານີ້ກໍເພີ່ມຄວາມສຸກແລ້ວ.
5. ໄດ້ຟັງສຽງຂອງຕົວເອງ.
     
 
 ການຢູ່ໃນສັງຄົມເຮັດວຽກຮ່ວມກັບຄົນອື່ນ ເຮັດໃຫ້ຫຼາຍຄົນແຖບຈະບໍ່ໄດ້ໃຊ້ຄວາມຄິດຂອງຕົວເອງ  ເພາະມົ່ວແຕ່ໄປຟັງສຽງຂອງຕົວເອງຕະຫຼອດເວລາ ການຢູ່ຄົນດຽວເປັນສິ່ງໜຶ່ງທີ່ຈະຊ່ວຍ ໄດ້ສະແດງຕົວຕົນ ຜ່ານຄວາມຄິດຂອງຕົວເຮົາເອງ ໂດຍບໍ່ຕ້ອງສົນໃຈວ່າຄົນອື່ນຈະຄິດແບບໃດ.

ความคิดเห็น