ເປັນຫຍັງຄວາມຮັກຈຶ່ງປ່ຽນໄປ ເພາະຫຍັງ? ມາເບິ່ງນຳກັນເລີຍ!



   
    ເມື່ອເວລາຜ່ານໄປຄວາມຮັກທີ່ເຄີຍຫວານຊື່ນ ຫົວໃຈທີ່ເຄີຍເຕັ້ນແຮງເມື່ອເຮົາໄດ້ຢູ່ໃກ້ກັນ ຄວາມຮູ້ສຶກຫຼົງໄຫຼທີ່ມີຕໍ່ກັນ ແລະ "ກໍປ່ຽນໄປ".


   ນີ້ອາດເປັນບັນຫາທີ່ເຮັດໃຫ້ຄວາມສຳພັນຂອງຫຼາຍໆຄູ່ແຕກຫ່າງກັນ ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າ ຄວາມຮັກຂອງເຮົານັ້ນເກົ່າໄປ ຫຼື ຫຼຸດລອຍໜ້ອຍລົງເລີຍ. ແຕ່ບ່າງທີ່ການຢູ່ນຳກັນດົນນານ ອາດເຮັດໃຫ້ຄວາມຄິດໃນການເບີ່ງຂອງເຮົາປ່ຽນໄປ.



   ຄວາມຮັກອາດເໝືອນພາບວາດງາມພາບໜຶ່ງ ຄັ້ງທຳອິດທີ່ເຮົາໄດ້ເຫັນພາບນັ້ນຊ່າງສວຍງາມ ມັນຊ່າງເຮັດໃດເຮົາຮູ້ສຶກດີ ເມື່ອເວລາຜ່ານໄປ ເຮົານັ່ງເບີ່ງພາບເດີມຊ້ຳໆ ຄວາມຮູ້ສຶກທີ່ເຮົາໃສ່ໃຈເບີ່ງພາບເຂົ້າມາແທນທີດ້ວຍການໃຊ້ຄວາມຄິດໃນການເບີ່ງພາບ ເຮົາເລີມຈັບຜິດລາຍລະອຽດຂອງພາບ ເຮົາເລີມເບີ່ງເຫັນຈຸດດຳໃນພາບ ວ່າພາບນີ້ງາມໜ້ອຍລົງ ເຮົາຈຶ່ງເລີ່ມຕັ້ງຄຳຖາມຫຼາກຫຼາຍຂຶ້ນ ວ່າເປັນຫຍັງເຂົ້າຈຶ່ງເປັນແບບນີ້ ເປັນຫຍັງເຂົາຈຶ່ງບໍ່ເຂົ້າໃຈເຮົາ ເປັນຫຍັງ ແລະ ເປັນຫຍັງ? ຈົນບ່າງຄູ່ກໍຕ້ອງແຍກກັນ ໂດຍທີ່ຕ່າງຝ່ານຕ່າງກໍບໍ່ໄດ້ເຮັດຕົວບໍ່ດີ ຫຼື ເຮັດຜິດສິນລະທຳໃດໆ ບ່າງຄັ້ງມັນກໍນ່າເຈັບປວດທີ່ຄວາມຮັກເກີດມາຈາກຄວາມຮູ້ສຶກຂອງຫົວໃຈ ແຕ່ຈົບລົງດ້ວຍຄວາມຄິດ.


   pro-chain -suharath ເຄີຍຖາມພໍ້ຕູ່ຂອງຕົວເອງວ່າ ເປັນ ເປັນຫຍັງຈຶ່ງຢູ່ກັບແມ່ຕູ່ໄດ້ດົນນານເຖິງ 60-70ປີ ແມ່ນ ຫຍັງ ທີ່ເຮັດໃຫ້ເຂົາຮັກກັນຫຼາຍ ແລະ ຢູ່ນຳກັນຫຼາຍປານນີ້ ເຂົາເຄີຍເບື່ອກັນບໍ? ເຄີຍຕັ້ງຄຳຖາມຫຼາກຫຼາຍກັນບໍ? ພໍ່ຕູ່ບອກວ່າ ຄວາມຮັກກໍເໝືອນກັບດອກໄມ້ຖ້າເຮົາມານັ່ງຖາມວ່າ ມື້ນີ້ດອກໄມ້ໃຫ້ຫຍັງເຮົາ ແລະ ເຮັດປະໂຫຍດຫຍັງໃຫ້ເຮົາໄດ້? ສິ່ງທີ່ເຮົາຈະບໍ່ໄດ້ຫຍັງເລີຍ ກໍຄື ຄວາມສວຍງາມຂອງມັນ.
   

    ເຊື່ອວ່າ ໄລຍະເວລາທີ່ຫຼາຍຂຶ້ນບໍ່ໄດ້ເຮັດໃຫ້ຄວາມຮັກຂອງເຮົາຈຶດຈາງລົງ ແຕ່ມັນເຮັດໃຫ້ເຮົາໃຊ້ຄວາມຄິດໃນການເບີ່ງກັນ ແລະ ກັນ ຫຼາຍເກີນໄປ ຈົນລືມວ່າວິນາທີ ທີ່ເຮັດໃຫ້ຄົນສອງຄົນເກີດຄວາມຮັກຕໍ່ກັນໄດ້ ມັນບໍ່ແມ່ນຄວາມຄິດ ທີ່ເກີດຈາກຄວາມຮູ້ສຶກຂອງຫົວໃຈ ທີ່ໃຊ້ອອກສື່ສານເຊິ່ງກັນ ແລະ ກັນ ແລະ ການກັບໄປໃຫ້ຄວາມສຳຄັນກັບສິ່ງໆນີ້ ອາດເຮັດໃຫ້ເຮົາກັບມາເບີ່ງ ເຫັນຄວາມສວຍງາມຂອງກັນ ແລະ ກັນອີກຄັ້ງ ແລ້ວເປັນສິ່ງດຽວທີ່ຈະພາຄວາມຮັກຂອງເຮົາທັ້ງສອງ ກ້າວຜ່ານການເວລາໄປພ້ອມກັນ.
ຂອບໃຈຂໍ້ມູນຈາກ pro-chain-suharath.

ความคิดเห็น