ນິໄສຄົນເຫັນແກ່ໂຕ ຈະເປັນແບບນີ້ ມາເບິ່ງນໍາກັນເລີຍ!

 



ນິໄສຂອງຄົນເຫັນແກ່ຕົວມີຄື: 

1. ມັກກ່າວໃກ້ເລື່ອງສ່ວນຕົວຂອງຄົນອື່ນ.

    ແຕ່ຄົນອື່ນພັດກ່າວໃກ້ເລື່ອງສ່ວນຕົວຂອງເຂົາບໍ່ໄດ້, ບໍ່ມັກໃຫ້ໃຜຄິດ ຫຼື ເຮັດຫຍັງທີ່ຕ່າງໄປຈາກເຂົາ

2. ເອົາແຕ່ໃຈຕົວເອງ

    ບໍ່ວ່າຈະຖຽງເລື່ອງຫຍັງກັຍສຸດທ້າຍເອົາກໍເອົາຄວາມຄິດເຫັນຕົວເອງເປັນຫຼັກ, ເວລາຢາກເຮັດຫຍັງກໍຕ້ອງຍອມເຂົາຕະຫລອດ. 

3. ຫງຸດຫງິດເມື່ອບໍ່ໄດ້ດັງໃຈ

    ອາລົມແປປວນ, ເມື່ອມີແນວຜິດໃຈກໍມັກຈະວ່ຽງລະບາຍໃສ່ກັບຄົນຮອບຂ້າງ, ແລ້ວຍັງຢາກໃຫ້ເຂົາຮູ້ສຶກຄືກັບທີ່ຕົວເອງຮູ້ສຶກ, ຖ້າມັນຊັງຜູ້ນັ້ນ ເຮົາກໍຕ້ອງຊັງ 

4. ຄົນອື່ນຕ້ອງຍອມຕະຫຼອດ

    ເອົາຕົວເອງເປັນສູນກາງຂອງຈັກກະວານ ແລະ ຄົນອື່ນຕ້ອງເຫັນດ້ວຍກັບສິ່ງທີ່ຕົວເອງຄິດ. 

5. ພະຍາຍາມບັງຄັບ, ຄວບຄຸມຄົນອື່ນໃຫ້ເປັນໃນສິ່ງທີ່ຕົນເອງຕ້ອງການ.

    ຕ້ອງກິນໃນສິ່ງທີ່ເຂົາບອກ, ຕ້ອງໄປສະຖານທີ່ທີ່ເຂົາຕ້ອງການ, ຕ້ອງເຮັດວຽກແບບທີ່ຕົວເອງມັກ. 

6. ບໍ່ເຄີຍໃຫ້ຄວາມຊ່ວຍເຫຼືອໃຜ

   ເມື່ອຄົນອື່ນມີບັນຫາກໍແລ່ນໜີ, ຖ້າຊ່ວຍກໍພຽງໃຫ້ເຂົາຮູ້ສຶກວ່າເປັນບຸນຄຸນ, ແຕ່ພໍ້ຕົວເອງມີບັນຫາກໍແລ່ນໃສ່.

7. ເຮັດຜິດກໍບໍ່ຍອມຂໍໂທດ

  ເຮັດຜິດກໍບໍ່ຍອມຮັບ ເພາະຄິດວ່າຕົວເອງຖືກສະເໝີ.

    

ความคิดเห็น