ແຕ່ງຕົວຈິງ: ບົດອະທິບາຍ-ພິສູດຄໍາກອນທີ່ວ່າ:
“ເປັນຄົນໃຫ້ຕໍ່ຕັ້ງ ບາກບັ່ນພຽນສຶກສາ
ມີປັນຍາປະດັບຕົນ ຊິຮຸ່ງເຮືອງເມື່ອໜ້າ
ເອົາວິຊາຄວາມຮູ້ ເປັນທຶນຮອນດໍາລົງຊີບ
ຫຼາຍສິບປີຈົນແກ່ເຖົ້າ ນໍາໃຊ້ຕະຫຼອດການ
ນັ້ນແລ້ວ”
ຄົນເຮົາເກີດມາໃນໂລກໃບນີ້ຖ້າຢາກເປັນຄົນທີ່ມີຄວາມຮູ້,
ຄວາມສາມາດ, ສະຫຼາດຫຼັກແຫຼມ, ມັນປັນຍາ ແລະ
ມີວິຊາອາຊີບທີ່ໝັ້ນຄົງກໍຕ້ອງຕັ້ງໃຈສຶກສາຮໍ່າຮຽນເອົາຄວາມຮູ້, ຮຽນໃຫ້ເກັ່ງແທ້
ດັ່ງຄໍາກອນທີ່ວ່າ:
“ເປັນຄົນໃຫ້ຕໍ່ຕັ້ງ ບາກບັ່ນພຽນສຶກສາ
ມີປັນຍາປະດັບຕົນ ຊິຮຸ່ງເຮືອງເມື່ອໜ້າ
ເອົາວິຊາຄວາມຮູ້ ເປັນທຶນຮອນດໍາລົງຊີບ
ຫຼາຍສິບປີຈົນແກ່ເຖົ້າ ນໍາໃຊ້ຕະຫຼອດການ
ນັ້ນແລ້ວ”.
ຄົນເຮົາບົນໂລກໃບນີ້
ບໍ່ມີໃຜດອກທີ່ເກີດມາແລ້ວຈະຮູ້ໄປໝົດທຸກສິ່ງທຸກຢ່າງ ແຕ່ທີ່ເຂົາມີຄວາມຮູ້, ເກັ່ງ,
ມີປັນຍາ, ສະຫຼາດຍ້ອນເຂົາຕໍ່ຕັ້ງສຶກສາຮໍ່າຮຽນ
ເພາະການສຶກສາຮໍ່າຮຽນຊ່ວຍໃຫ້ເຮົາຮູ້ໃນສິ່ງທີ່ເຮົາບໍ່ຮູ້ ດັ່ງຄໍາຄະຕິພົດທີ່ວ່າ: ການສຶກສາຄືຢາແກ້ໂງ່
ຈາກຄໍາເວົ້າດັ່ງກ່າວກໍພິສູດໃຫ້ເຮົາເຫັນວ່າການສຶກສາດັບຄວາມໂງ່ຈ້າຫຼ້າຫຼັງ,
ເຮັດໃຫ້ເຮົາພັດທະນາຕົວເອງ, ໃຫ້ສະຫຼາດ, ມີປັນຍາ, ເອົາຕົວລອດໄດ້, ແກ້ໄຂບັນຫາເປັນ.
ສະນັ້ນ, ຖ້າຢາກມີຄວາມຮູ້ເຮົາຕ້ອງຕໍ່ຕັ້ງ ພາກພຽນສຶກສາ ຄືຕ້ອງຕັ້ງໃຈຮໍ່າຮຽນ,
ຮຽນໃຫ້ເກັ່ງ, ຟັງຄວາມຄູອາຈານ, ມີຄຸນສົມບັດ, ຮໍ່າຮຽນເອົາແຕ່ສິ່ງທີ່ດີ, ມີຄຸນສົມບັດ,
ມີຄວາມອົດທົນ, ດຸໝັ່ນອອກແຮງງານ ດັ່ງຄໍາສຸພາສິດທີ່ວ່າ: ຢາກກິນໝາກຕ້ອງປູກຜົນ
ຢາກເປັນຄົນຕ້ອງຮໍ່າຮຽນເອົາຄວາມຮູ້ ຈາກຄໍາສຸພາສິດດັ່ງກ່າວ
ກໍໄດ້ພິສູດໃຫ້ເຮົາເຫັນແລ້ວວ່າ ຖ້າເຮົາຢາກກິນຜັກ, ໝາກໄມ້ເຮົາຕ້ອງໝັ່ນປູກພືດ ແລະ
ບົວລະບັດຮັກສາໃຫ້ດີ ໃນພາຍໜ້າຈະໄດ້ມີຜັກ,
ໝາກໄມ້ທີ່ອຸດົມສົມບູນໄວ້ໃຫ້ກິນແບບອີ່ມໜໍາສໍາລານ
ຄືກັບຄົນເຮົາຄືກັນຖ້າຢາກເປັນຄົນດີມີຄວາມຮູ້,
ມີຄວາມສະຫຼາດກໍຕ້ອງໝັ່ນສຶກສາຮໍ່າຮຽນຈາກໝູ່ເພື່ອນ, ພໍ່ແມ່ຄູອາຈານ, ຜູ້ອາວຸໂສ,
ຮຽນຮູ້ທັງໃນໂຮງຮຽນ ແລະ ນອກໂຮງຮຽນຈຶ່ງຈະມີຄວາມຮູ້ທີ່ຮອບດ້ານ ແລະ
ສາມາດແກ້ໄຂບັນຫາໄດ້ທຸກສະຖານະການ. ການມີຄວາມຮູ້ນອກຈາກຈະຊ່ວຍໃຫ້ເຮົາມີປັນຍາແລ້ວ,
ຍັງເຮັດໃຫ້ພັດທະນາຕົວເອງໄດ້ດີ, ມີສະຫງ່າ, ໃຜໆກໍເຄົາລົບເຄົາລົບ,
ເປັນທີ່ເພິ່ງພາໃຫ້ກັບຜູ້ອື່ນໄດ້, ເຮັດໃຫ້ເຮົາມີອະນາຄົດທີ່ສົດໃສ ແລະ ຍັງເປັນທຶນຮອນໃນການດໍາລົງຊີບ
ໝາຍເຖິງວ່າ ຖ້າເຮົາມີຄວາມຮູ້ແລ້ວ
ເຮົາສາມາດຕໍ່ຍອດຄວາມຮູ້ນັ້ນເຂົ້າໃນການປະກອບອາຊີບທີ່ດີ ແລະ ໝັ້ນຄົງ.
ຕົວຢ່າງ:ເຮົາມີຄວາມຮູ້ໃນດ້ານການແຕ້ມຮູບ
ເຮົາກໍໄປພັດທະນາໃຫ້ເກັ່ງຂຶ້ນແລ້ວໄປເປັນຄູສອນແຕ້ມຮູບ ຫຼື
ແຕ້ມຮູບຂາຍກໍໄດ້ທັງເປັນການສົ່ງເສີມໃນດ້ານສິລະປະ , ມີຄວາມຮູ້ທາງດ້ານພາສາລາວ-ວັນນະຄະດີ
ກໍເປັນສຶກສາກ່ຽວການສອນ ເພື່ອປະກອບອາຊີບຄູ ແລະ ນໍາເອົາຄວາມຮູ້ນັ້ນມາຖ່າຍທອດ.
ຄວາມຮູ້ທີ່ເຮົາມີຢູ່ໃນຕົວຕໍ່ໃຫ້ເຮົາໄດ້ໃຊ້ມັນໄປແລ້ວ ຫຼື ຖ່າຍທອດໃຫ້ຄົນອື່ນ
ແຕ່ຄວາມຮູ້ນັ້ນກໍບໍ່ມີວັນໝົດ ດັ່ງຄໍາສຸພາສິດວັກໜຶ່ງທີ່ວ່າ: ຄວາມຮູ້ມີຢູ່ແລ້ວ ກິນໄດ້ຊົ່ວຊິວັງ ຈາກຄໍາສຸພາສິດນີ້
ກໍພິສູດໃຫ້ເຮົາເຫັນວ່າ ຄວາມຮູ້ຂອງເຮົາທີ່ເຮົາມີຢູ່ໃນຕົວ ແລະ ນໍາໃຊ້ມັນແລ້ວ ຫຼື
ຖ່າຍທອດໃຫ້ຄົນອື່ນແລ້ວ, ໃຊ້ໄປເປັນສິບປີ ຫຼື ໃຊ້ໄປຈົນແກ້ເຖົ້າ ແຕ່ມັນກໍບໍ່ມີວັນໝົດ ແຕ່ມັນຍິ່ງເຮັດໃຫ້ຄວາມຮູ້ເຮົາພັດທະນາຂຶ້ນ,
ເກັ່ງຂຶ້ນ, ແຮ່ງເຮັດໃຫ້ພັດທະນາສະໝອງເຮົາຕື່ມອີກ ແລະ ກິນໄດ້ຕະຫຼອດການ. ແຕ່ກົງກັນຂ້າມ, ຄົນທີ່ບໍ່ຮໍ່າຮຽນ, ຂີ້ຄ້ານ ,
ບໍ່ມີຄວາມຮູ້ກໍຈະເຮັດໃຫ້ໂງ່ຈ້າຫຼ້າຫຼັງ, ບໍ່ສະຫຼາດ, ບໍ່ມີປັນຍາ,
ເວລາມີບັນຫາກໍຫາທາງອອກບໍ່ໄດ້, ເອົາຕົວລອດໄດ້ຍາກ, ບໍ່ມີອາຊີບທີ່ໝັ້ນຄົງ,
ເຮັດຫຍັງກໍບໍ່ເປັນ ໜັກໄປກວ່ານັ້ນເມື່ອບໍ່ມີທາງອອກ
ພັດເຮັດໃຫ້ໄປກະທໍາໃນສິ່ງທີ່ຜິດເຊັ່ນ: ເປັນໂຈນລັກຂອງຄົນອື່ນ, ໄປມົວເມົານໍາຢາເສບຕິດ,
ຊີວິດບໍ່ຈະເລີນ, ບໍ່ມີການພັດທະນາ, ຊີວິດແຮ່ງຕໍໍ່າລົງ... ດັ່ງນັ້ນ,
ຖ້າເຮົາບໍ່ຢາກມີຊີວິດແບບນັ້ນ ແລະ ຢາກມີຊີວິດທີ່ດີ;
ຍິ່ງຖ້າເຮົາເປັນນັກຮຽນນັກສຶກສາ
ເຮົາກໍຕ້ອງຕັ້ງໃຈສຶກສາຮໍ່າຮຽນ, ຮຽນໃຫ້ເກັ່ງ,
ກະຕັນຍູຮູ້ຄົນ,ຟັງຄວາມພໍ່ແມ່-ຄູອາຈານ, ພັດທະນາຕົວເອງຢູ່ຕະຫຼອດເວລາ, ມີຄຸນສົມບັດ, ດຸໝັ່ນໃນການອອກແຮງງານ,
ປະຕິິບັດຕາມຮີດຄອງປະເພນີອັນດີງາມຂອງຊາດ, ເປັນນັກຮຽນທີ່ດີຂອງຄູອາຈານ,
ເປັນລູກທີ່ດີຂອງພໍ່ແມ່ ແລະ ເປັນພົນລະເມືອງດີຂອງຊາດ.
ຜ່ານການອະທິບາຍ-ພິສູດມາຂ້າງເທິງນັ້ນ
ໄດ້ສະແດງໃຫ້ເຮົາເຫັນວ່າ ການສຶກສາແມ່ນມີຄວາມໝາຍຄວາມສໍາຄັນຕໍ່ກັບພວກເຮົາທຸກ
ເພາະວ່າມັນໄດ້ຊ່ວຍດັບຄວາມໂງ່ຈ້າ ແລະ ຊ່ວຍພັດທະນາຄວາມຮູ້ໃຫ້ເຮົາເປັນຄົນທີ່ເກັ່ງ,
ມີປັນຍາ, ສະຫຼາດຫຼັດແຫຼມ, ແກ້ໄຂບັນຫາເປັນ ແລະ ມີວິຊາອາທິດທີ່ດີໝັ້ນຄົງ. ດັ່ງນັ້ນ, ໃນນາມທີ່ພວກນ້ອງເປັນນັກຮຽນຽນັກສຶກສາ
ຈະຝຶກຝົນຫຼໍ່ຫຼອມຕົນເອງໃຫ້ເປັນຄົນທີ່ມັກສຶກຮຽນຮູ້;
ເພື່ອນໍາເອົາຄວາມຮູ້ນັ້ນມາພັດທະນາຕົວເອງ, ຄອບຄົວ, ສັງຄົມ ແລະ
ປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງຕະຫຼອດໄປ.
ความคิดเห็น
แสดงความคิดเห็น