ຂະແໜງຕ່າງໆໃນພາສາສາດ
1. ອັກຂະຫຼະວິທະຍາ
ອັກຂະຫຼະວິທະຍາແມ່ນວິຊາທີ່ຄົ້ນຄວ້າກ່ຽວກັບລະບົບສຽງຂອງພາສາ. ໃນການນຳໃຊ້ສຽງໃນບັນດາຫົວ ໜ່ວຍທີ່ມີຄວາມໝາຍຂອງພາສາ, ການຜັນປ່ຽນຂອງສຽງໃນພາສາຢູ່ວິຊາປະຫັວດສາດນັ້ນ ເພິ່ນຄົ້ນຄວ້າວິຊາ ອັກຂະຫຼະໃນຫຼາຍດ້ານທີ່ຕ່າງກັນເຊັ່ນ: ດ້ານຟີຊິກສາດ, ດ້ານສະລິລະສາດ ແລະ ດ້ານສັງຄົມ.
2.ວັດຈະນາວິທະຍາ
ວັດຈະນາວິທະຍາແມ່ນວິຊາທີ່ຄົ້ນຄວ້າກ່ຽວກັບການປະມວນຄຳສັບ ຫຼື ຫົວໜ່ວຍທີ່ເທົ່າທຽມກັບຄຳສັບ ໜ້າທີ່ຕົ້ນຕໍຂອງວັດຈະນາວິທະຍາແມ່ນຄົ້ນຄວ້າຄັງຄຳສັບ (ສາງຄໍາສັບ) ຂອງພາສາ, ອະທິບາຍ ແລະ ວາດພາບຄວາມໝ າຍແຕ່ລະຫົວໜ່ວນນັ້ນ ເພິ່ນໄດ້ແບ່ງວັດຈະນາວິທະຍາອອກເປັນຫົວໜ່ວຍນ້ອຍໆຕື່ມອີກຄື ວິຊາຄວາມໝາຍ, ວິຊາ ເຄົ້າສັບ ນິລຸດຕິສາດ) ແລະ ວິຊາສໍານວນ.
3.ໄວຍາກອນວິທະຍາ
ໄວຍາກອນວິທະຍາແມ່ນວິຊາທີ່ຄົ້ນຄວ້າກ່ຽວກັບຫຼັກການເຄື່ອນໄຫວຂອງບັນດາຫົວໜ່ວຍພາສາທັງໝົດທີ່ ມີຢູ່ໃນໂຄງສ້າງຂອງພາສາ ຫຼື ເວົ້າໄດ້ວ່າໄວຍາກອນວິທະຍາແມ່ນວິຊາທີ່ຄົ້ນຄວ້າລະບຽບການເຄື່ອນໄຫວ ແລະ ການນໍາ ໃຊ້ພາສາທັງໝົດ ໄວຍາກອນວິທະຍາມີສອງພາກສ່ວນຄື: ວະຈີວິພາກ ແລະ ວາກະຍະສຳພັນ.
4.ສັນທະສິນສາດ
ສັນທະສິນສາດແມ່ນຄົ້ນຄວ້າກ່ຽວກັບວາດເວົ້າ ວາດຂຽນຢູ່ໃນສະພາວະທີ່ແຕກຕ່າງກັນເຊັ່ນ: ວາດເວົ້າ, ວາດ ຂຽນຢູ່ ໃນຂົງເຂດວິທະຍາສາດ, ການເມືອງ, ສີລະປະວັດທະນະທຳເປັນຕົ້ນ, ສັນທະສິນສາດຍັງຄົ້ນຄວ້າກ່ຽວກັບ ການສະແດງອາລົມຈິດໂດຍຜ່ານພາສາຕື່ມອີກເຊັ່ນ: ການໃຊ້ສຽງ, ຄຳສັບ ຫຼື ປະໂຫຍກໃຫ້ເໝາະສົມກັບພາວະຄວາມເປັນ ຈິງທີ່ຕ້ອງສະແດງອອກ, ເວົ້າອີກຢ່າງໜຶ່ງສັນທະສິນສາດແມ່ນຄົ້ນຄວ້າກ່ຽວກັບການນຳໃຊ້ພາສາເພື່ອໃຫ້ຮັບປະກັນປະ ສິດທິຜົນສູງສຸດນັບທັງຄວາມຊັດເຈນ ແລະ ຄວາມນີ້ມນວນມ່ວນຫູ.
ຂໍ້ມູນຈາກປື້ມທິດສະດີພາສາ2019 ພາກວິຊາພາສາລາວ-ວັນນະຄະດີ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ
ความคิดเห็น
แสดงความคิดเห็น