ຊະນິດຂອງປະໂຫຍກທີ່ອີງຕາມຄໍາຕົວຕັ້ງ(ປະໂຫຍກກົງ, ປະໂຫຍກອ້ອມ, ປະໂຫຍກຮັບ)

 



      ຊະນິດຂອງປະໂຫຍກ

ປະໂຫຍກໃນພາສາລາວ ມີຫຼາຍຊະນິດແຕກຕ່າງກັນ ຕາມແຕ່ລັກສະນະຂອງປະໂຫຍກ ຫຼື ວາດເວົ້າເຊັ່ນ:ປະໂຫຍກກົງ. ປະໂຫຍກອ້ອມ, ປະໂຫຍກຮັບ, ປະໂຫຍກກຸ້ມຕົວ, ປະໂຫຍກບໍ່ກຸ້ມຕົວ, ປະໂຫຍກສາມັນ ແລະ ປະໂຫຍກປະສົມ, ແຕ່ລະຊະນິດປະໂຫຍກກໍຈະເອີ້ນຊື່ແຕກຕ່າງກັນໄປຕາມລັກສະນະ ໂດຍອີງໃສ່ ຄຳຕົວຕັ້ງ, ຄຳກຳມະ ຫຼື ເນື້ອໃນໃຈຄວາມຂອງປະໂຫຍກນັ້ນໆ.

ຊະນິດຂອງປະໂຫຍກທີ່ອີງຕາມຄໍາຕົວຕັ້ງ

ຊະນິດຂອງປະໂຫຍກທີ່ອີງຕາມຄໍາຕົວຕັ້ງໃນປະໂຫຍກແບ່ງອອກເປັນ 3 ຊະນິດຄື: ປະໂຫຍກກົງ. ປະໂຫຍກອ້ອມ ແລະ ປະໂຫຍກຄົບ.

1) ປະໂຫຍກກົງ

ປະໂຫຍກກົງ ແມ່ນປະໂຫຍກທີ່ຄຳຕົວຕັ້ງເປັນຜູ້ກະທໍາກັບຄຳປະກອບເອງ. ການກະທໍາໃນປະໂຫຍກແບບນີ້ແມ່ນການກະທໍາຂອງຕົວດັ່ງໂດຍກົງ.

ຕົວຢ່າງ

- ຂ້ອຍອ່ານໜັງສື

- ເພິ່ນກໍາລັງກິນເຂົ້າ.

- ພວກເຈົ້າແກ້ບົດເຝິກຫັດ.

- ນາງສົມດີກວາດຫ້ອງ.

ຄໍາວ່າ: ຂ້ອຍ, ເພິ່ນ, ພວກເຈົ້າ, ນາງສົມດີ ແມ່ນຕົວຕັ້ງຂອງປະໂຫຍກ ເຊິ່ງເປັນຜູ້ເຮັດເອງ ກັບຄໍາກໍາມະຂອງປະໂຫຍກດ ອ່ານ, ກິນ ແທ້, ກວາດ.

2). ປະໂຫຍກອ້ອມ

ປະໂຫຍກອ້ອມ ແມ່ນປະໂຫຍກທີ່ຄໍາຕົວຕັ້ງບໍ່ໄດ້ກະທຳເອງ ແຕ່ໃຊ້ໃຫ້ຜູ້ອື່ນເຊິ່ງເປັນຄໍາປະກອບເປັນຜູ້ ກະທໍາ ໃນປະໂຫຍກອ້ອມມີຄຳ"ໃຫ້, ບອກ ໃຊ້ ຫຼື ສັ່ງ ວາງໄວ້ຕໍ່ໜາທີ່ຖືກໃຊ້. ຕົວຢ່າງ

- ພໍ່ໃຫ້ລູກໄປນາ.

- ເພິ່ນໃຊ້ເຈົ້າໄປຕະຫຼາດ.

- ນາຍຄູໃຫ້ລູກສິດແກ້ບົດເຝິກຫັດ

ຄໍາວ່າ ພໍ່, ເພິ່ນ,ນາຍຄ ແມ່ນຄໍາຕົວຕັ້ງຂອງປະໂຫຍກ ແຕ່ບໍ່ໄດ້ເຮັດເອງ ພຽງແຕ່ເປັນຜູ້ສັ່ງການໃຫ້ຜູ້ອື່ນເຮັດເທົ່ານັ້ນ ຜູ້ເຮັດແມ່ນປະກອບມີ ລູກ, ເຈົ້າລູກສິດ.

3) ປະໂຫຍກຮັບ

ປະໂຫຍກຮັບ ແມ່ນປະໂຫຍກທີ່ຄໍາຕົວຕັ້ງກະທໍາຕາມຄໍາສັ່ງຂອງຜູ້ອື່ນ ເຊິ່ງເປັນຄໍາປະກອບ ປະໂຫຍກຣິບແບບນີ້ຈະມີຄໍາວ່າ, “...ຖືກ...ໃຫ້...ປະກອບຢູ່ສະເໝີ.

   ຕົວຢ່າງ:

-    ລູກຖືກພໍ່ໃຫ້ໄຖນາ.

-    ລູກສິດຖືກນາຍຄູໃຫ້ແກ້ບົດເຝິກຫັດ.

-    ທະຫານຖືກຜູ້ບັນຊາກອງຮ້ອຍໃຫ້ແອບຢັ້ງຢືນ

ຄຳວ່າ "ລູກ ລູກສິດ, ທະຫານເປັນຄໍາຕົວຕັ້ງຂອງປະໂຫຍກເພາະວ່າເປັນຜູ້ເຮັດຕາມຄຳສັ່ງຂອງຜູ້ອື່ນພໍ່ ນາຍຄູ, ຜູ້ບັນຊາກອງຮ້ອຍ ເຊິ່ງເປັນຜູ້ສັ່ງໃຫ້ເຮັດ. ພ້ອມກັນນັ້ນປະໂຫຍກຍັບຍັງມີຮູບແບບໜຶ່ງອີກ ນັ້ນແມ່ນປະໂຫຍກດັບທີ່ຄໍາຕົວຕັ້ງເປັນຜູ້ຖືກກະທໍາ. ປະໂຫຍກຮັບແບບນີ້ ຈະມີຄໍາວາ “...ຖືກ... ປະກອບຢູ່ນຳ.

ຕົວຢ່າງ

-    ປ່າໄມ້ຖືກມະນຸດທຳລາຍຢ່າງໜັກ.

-    ນົກຖືກນາຍພານຍິງ.

-    ຖືກລົດຢຽບ.

ໃນປະໂຫຍກແບບນີ້ ພວກເຮົາສັງເກດເບິ່ງຕາມີຄໍາ ຖືກ ເຊິ່ງທາງຢູ່ທາງຫຼັງຂອງຄໍາຕົວຕັ້ງເຊັນ:ປ່າໄມ້ ນົດ ໝາ ເຊິ່ງເຮັດໜ້າທີ່ເປັນຄຳຕົວຕັ້ງຂອງປະໂຫຍກ, ຖ້າວ່າເຮົາຟື້ນຄືນກໍຈະເປັນປະໂຫຍກກົງດັ່ງລຸ່ມນີ້:

- ມະນຸດທໍາລາຍປາໄມ້ຢ່າງໜັກ.

- ນາຍພານຍິງນົກ.

ความคิดเห็น