ສິ່ງທີ່ເຈົ້າຄວນຄິດກ່ອນທີ່ຈະເວົ້າຫຍັງອອກໄປ!!
ແນ່ນອນແລ້ວກ່ອນທີ່ເຮົາຈະເຮັດຫຍັງຈັກຢ່າງລົງໄປເຮົາກໍຕ້ອງມີການຄົ້ນຄິດພິຈາລະນາຢ່າງຖີຖ້ວນເພື່ອບໍ່ໃຫ້ມີບັນຫາໃນພາຍໜ້າ.ຄຳເວົ້າກໍເຊັ່ນດຽວກັນ ຄຳເວົ້າບ່າງຄຳສາມາດຂ້າຄົນໄດ້ໂດຍທີ່ບໍ່ຮູ້ຕົວ ຄຳເວົ້າສາມາດເຮັດໃຫ້ຄົນຮັກ ຫຼື ຄົນຊັງໄດ້.ດັງນັ້ນມື້ນີ້ເຮົາຈະມາບອກ 3 ຢ່າງທີ່ເຈົ້າຄວນຄິດກ່ອນທີ່ເຈົ້າຈະເວົ້າຫຍັງອອກໄປ ເຊິ່ງຈະມີຫຍັງແນ່ໄປເບີ່ງນຳກັນເລີຍ!
1.ຄວາມຈິງ
ຖ້າເລື່ອງທີ່ເຈົ້າຈະເວົ້າອອກໄປບໍ່ຮູ້ມູນຄວາມຈິງ ທີ່ຈິງແທ້ແນ່ນອນ ຫຼື ເປັນພຽງແຕ່ເຈົ້າໄດ້ຍິນຜ່ານໆບໍ່ຊັດເຈນກໍບໍ່ຄວນທີ່ຈະມາເວົ້າຕໍ່ໃຫ້ຄົນອື່ນຟັງ ເວົ້າໄປກໍມີແຕ່ສ້າງຄວາມເສືອມສັດທາ ແລະ ໃຫ້ເຂົາໝົດຄວາມເຊື່ອໃຈຕໍ່ເຮົາຊື່ໆ.
2.ຄວາມດີ
ເປັນເລື່ອງດີບໍ? ທີ່ເຈົ້າຈະເວົ້າອອກມາ ຫຼື ເປັນເລື່ອງບໍ່ດີ ,ເປັນເລື່ອງທີ່ເຮັດໃຫ້ຄົນອື່ນເສືອມເສຍກຽດສັກສີ
,ເສຍໃຈ,ຜິດຖຽງກັນ ຖ້າເປັນແບບນັ້ນເຈົ້າກໍຢ່າເວົ້າອອກໄປ ເພາະຈະເຮັດໃຫ້ຄົນອື່ນເດືອດຮ້ອນ ແລະ ທີ່ສຳຄັນເຮັດໃຫ້ເຂົາຊັງເຈົ້າດ້ວຍສຳ.
3.ເປັນປະໂຫຍດ
ເລື່ອງທີ່ເຈົ້າຈະເວົ້າ ມີຄວາມຈຳເປັນ ຫຼື ເປັນປະໂຫຍດແກ່ຜູ້ຟັງບໍ? ຫຼື ເປັນພຽງເລື່ອງທີ່ໄຮ້ສາລະມະຍຸມະຍະ.ຖ້າເປັນແບບນັ້ນກໍຢ່າເວົ້າອອກໄປເລີຍ ເພາະຈະເຮັດໃຫ້ຄົນຟັງເບື່ອໜ່າຍ ແລະ ລຳຄານເຈົ້າແທນ.
4. ກາລະເທສະ
ກ່ອນທີ່ຈະເວົ້າໃຫ້ຄໍານຶງເຖິງໂອກາດ, ເວລາ, ສະຖານທີ່, ສະຖານະການ ວ່າສົມຄວນບໍ?
ความคิดเห็น
แสดงความคิดเห็น