ຢ່າຄົບກັບຜູ້ຊາຍທີ່ບໍ່ພະຍາຍາມເຮັດຫຍັງເພື່ອເຈົ້າເລີຍ!




ຢ່າຄົບກັບຜູ້ຊາຍທີ່ບໍ່ພະຍາຍາມເຮັດຫຍັງເພື່ອເຈົ້າເລີຍ
    ແມ່ນອີກບົດຄວາມໜຶ່ງ ທີ່ໃຫ້ຂໍ້ຄິດທີ່ດີ  ຢ່າອອກເດດກັບຜູ້ຊາຍທີ່ບໍ່ພະຍາຍາມ ຫຍັງເລີຍທີ່ສະແດງວ່າມີຄວາມສຳພັນພິເສດ # ກັບເຈົ້າ
   ຜູ້ຊາຍທີ່ຈະມາພົບເຈົ້າສະເພາະພຽງແຕ່ຕອນເວລາທີ່ເຂົາວາງເທົ່ານັ້ນແລະເຈົ້າຈະຕ້ອງເປັນຝ່າຍ ''ພະຍາຍາມວາງ''ເພື່ອມາຫາເຂົາ. 

  

    ຜູ້ຊາຍທີ່ເປັນແບບທີ່ເຂົາເປັນໂດຍບໍ່ແຄວ່າເຈົ້າຊິຮູ້ສຶກແນວໃດ  ແລະ ທ່ານຕ້ອງເປັນຝ່າຍ. ''ພະຍາຍາມຍອມຮັບເອົາ'' ໃນຕົວຂອງເຂົາ
   ຜູ້ຊາຍທີ່ບໍ່ໂທຫາ ຫຼື ສົ່ງຂໍ້ຄວາມຫາເຈົ້າຈົນກ່ວາເຂົາວາງ ຫຼື ບໍ່ມີຫຍັງເຮັດ ແລະ ເຈົ້າຕ້ອງເປັນຝ່າຍທີ່ ''ພະຍາຍາມ''ໂທຕິດຕໍ່ຫາເຂົາ.


  ຜູ້ຊາຍທີ່ບໍ່ເວົ້າຢ່າງຈິງຈັງກ່ຽວກັບຄວາມສຳພັນລະຫວ່າງເຂົາກັບເຈົ້າ ແລະ ເຈົ້າຕ້ອງເປັນຄົນພະຍາມບີບຄັນເຂົາ
   ຢ່າອອກເດດກັບຜູ້ຊາຍທີ່ບໍ່ພະຍາຍາມຫຍັງເລີຍທີ່ຈະເຮັດໃຫ້ເຈົ້າຮູ້ສຶກ''ປະທັໃຈ''ເພາະວ່ານັ້ນຄືສັນຍານທີ່ບອກວ່າ ເຈົ້າບໍ່ໄດ້ '' ພິເສດ '' ຫຼື ''ສຳຄັນ"ຫຍັງເລີຍສຳລັບເຂົາ 
   ຈົ່ງຈື່ໄວ້ວ່າການທີ່ເຈົ້າໄປເດດກັບຜູ້ຊາຍກໍເພື່ອມື້ໜຶ່ງເຈົ້າຈະໄດ້ພົບ ໃຜສັກຄົນທີ່ເຈົ້າຈະ "ໃຊ້ຊີວິດກັບເຂົາໄປຕະຫຼອດຊີວິດ "ບໍ່ແມ່ນແຄ່ໃຜສັກຄົນ" ທີ່ເຈົ້າຈະໃຊ້ຊິວິດ ແລະ ມີຄວາມສຸກດ້ວຍພຽງຊົ່ວຄາວ. 
   ດັ່ງນັ້ນຢ່າເສຍເວລາ ຄົບຜູ້ຊາຍແບບນີ້ ເພາະໃນຂ້າງໜ້າຍັງມີຜູ້ຊາຍດີໆ ທີ່ " ຖ້າເຈົ້າຢູ່ " 

ความคิดเห็น