1. ເຈົ້າຕຸ້ຍຂຶ້ນໃດນີ້!!
ເຈົ້າອາດຈະເວົ້າຄວາມຈິງ ແຕ່ເປັນການທໍາລາຍຈິດໃຈກັນໂດຍ ທາງອ້ອມ.
2. ມີແຟນແລ້ວບໍ ?
ເຮັດໃຫ້ຄົນທີ່ຖືກຖາມໜ້າແຕກ ແລະ ຄູດວ່າຕົວເອງບໍ່ດີ, ຂີ້ຮ້າຍຈຶ່ງບໍ່ມີແຟນ, ເຮັດໃຫ້ເຂົາຮູ້ສຶກນ້ອຍເນື້ອຕໍ່າໃຈ.
3. ຍາມໃດຊິແຕ່ງດອງ?
ເປັນຄໍາຖາມທີ່ເຮັດໃຫ້ຄົນຖືກຖາມຮູ້ສຶກວ່າຕົວເອງບໍ່ມີໃຜເອົາ, ກໍາລັງຈະຂຶ້ນຄານ, ທີ່ສໍາຄັນຄັນກໍເປັນການກ່າວໃກ້ເລື່ອງສ່ວນຕົວຂອງເຂົາ( ໃນໃຈອາດຈະຄິດວ່າຊິແຕ່ງຍາມໃດກໍເລື່ອງຂອງຂ້ອຍ)
4. ມີເງິນເກັບເທົ່າໃດ?
ເງິນຂອງເຂົາ ຊິມີເທົ່າໃດກໍເລື່ອງຂອງເຂົາ. ບາງທີຄົນຖືກຖາມກໍຄິດວ່າ ຄັນວ່າມີຫຼາຍຄົນຖາມຄົງຫວັງຢືມ, ປຸ້ນ ຫຼື ຄັນວ່າມີໜ້ອຍ ກໍຄົງຖືກດູຖູກ.
5. ໄດ້ເງິນເດືອນເທົ່າໃດ ?
ເປັນສິ່ງທີ່ບໍ່ຄວນຖາມຢ່າງຍິ່ງ ເພາະເປັນສິດຂອງໃຜມັນ ຫຼື ອີກຢ່າງໜຶ່ງກໍເປັນການຫວັງຜົນປະໂຫຍດຖ້າຮູ້ວ່າເງິນເດືອນສູງ ແລະ ຄົງຫວັງດູຖູກ ຖ້າຮູ້ວ່າເຂົາເງິນເດືອນຕໍ່າ.
6. ໄປເຮັດຫຍັງມາ ຄືໜ້າໝອງໜ້າດໍາແທ້ ?
ຄໍາຖາມນີ້ນອກຈາກຈະເຮັດໃຫ້ຄົນທີ່ຖືກຖາມອ້າຍແລ້ວ ຍັງເຮັດໃຫ້ຮູ້ສຶກບໍ່ມັກຕົວເອງ, ຊັງຕົວເອງພ້ອມ ຊັງຄົນຖາມພ້ອມ.
ความคิดเห็น
แสดงความคิดเห็น