5 ອາການ ໝົດໃຈຂອງຜູ້ຍິງ ທີ່ຜູ້ຊາຍຄວນຮູ້ເອົາໄວ້
1. ເຂົາຈະບໍ່ວຸ້ນວາຍກັບເຈົ້າອີກແລ້ວ
ປົກກະຕິຜູ້ຍິງຈະຈັດການທຸກສິ່ງທຸກຢ່າງທີ່ຢູ່ຮອບຕົວຂອງເຈົ້າສະເໝີ, ແຕ່ຖ້າມື້ໃດທີ່ເຂົາບໍ່ສົນ, ປ່ອຍໃຫ້ເຈົ້າຈັດການທຸກຢ່າງຕ້ອງ ໝາຍຄວາມວາາເຂົາໝົດໃຈ ເຂົາບໍ່ຮັກເຈົ້າແລ້ວ.
2. ເຂົ້າຈະບໍ່ຈົ່ມບໍ່ເວົ້າຫຍັງເລີຍ
ເຈົ້າຊິໄປນອກ, ໄປດື່ມເຫຼົ້າ, ຢູ່ເຮືອນບໍ່ຊ່ວຍວຽກຫຍັງ ເຂົາກັບບໍ່ເວົາບໍ່ດ່າຫຍັງກັບເຈົ້າ. ເຂົ້າຈັດການນເອງທັງໝົດ. ອາດຊິເປັນສັນຍານວ່າອີກບໍ່ດົນເຂົາຊິໄປຈາກເຈົ້າ.
3. ເຂົາຈະບໍ່ທຸກບໍ່ຮ້ອນເລື່ອງຂອງເຈົ້າແລ້ວ
ຜູ້ຍິງສ່ວນໃຫຍ່ມັກຈະມີອາລົມສ່ວນຮ່ວມກັບທຸກສິ່ງໄດ້ງ່າຍ, ດີໃຈໄປນຳ, ຕື່ນເຕັ້ນໄປນໍາ, ເມື່ອໃດທີ່ເຈົ້າເອົາເລື່ອງທຸກຮ້ອນມາເລົ່າໃຫ້ເຂົາຟັງແຕ່ເຂົາພັດເສີຍ, ບໍ່ສົນໃຈ. ນັ້ນກໍເປັນສັນຍານທີ່ຊັດເຈນວ່າເຂົາຊິໄປໃນອີກບໍ່ດົນ.
4. ເຂົາບໍ່ແຊຣເລື່ອງລາວຕ່າງໆກັບເຈົ້່າ
ຜູ້ຍິງມັກລົມເລື່ອງລາວຕ່າງໆກັບເຈົ້າ, ຜູ້ຍິ່ງສ່ວນໃຫຍ່ມັກລົມມັກເວົ້າ, ສາມາດປ່ອຍເຂົາເວົ້າໄດ້ທັງວັນທັງຄືນ. ແຕ່ຖ້າມື້ໃດເຂົາບໍ່ເວົ້າ ບໍ່ຮູ້ຊິເວົ້າຫຍັງກັບເຈົ້າ, ມິດບໍ່ລົມຫຍັງກັບເຈົ້າ ນັ້ນໝາຍຄວາມວ່າເຂົາເອົາເຈົ້າອອກຈາກພື້ນທີ່ຂອງເຈົ້າ.
5. ເຂົາຖິ້ມໄລຍະຫ່າງຈາກເຈົ້າຫຼາຍ.
ປົກກະຕິຜູ້ຍິງມັກຈະໃກ້ຊິດຕິດໂຕເຈົ້າ, ໂທຫາ ຫຼື ແຊັດກັບເຈົ້າຕະຫຼອດເວລາ, ແຕ່ເຂົາກັບບໍ່ໃສ່ໃຈ, ບໍ່ໂທຕາມ, ບໍ່ໃສ່ໃຈຫຼາຍເທົ່າມື້ກ່ອນ.
ความคิดเห็น
แสดงความคิดเห็น