4 ວິທີປ່ຽນຕົວເອງໃຫ້ເປັນຄົນຄິດບວກ ແລະ ເຂັ້ມແຂງ



 1. ເປີດໃຈເຮົາໃຫ້ກວ້າງຂຶ້ນ

   ເປີດໃຈຮັບສິ່ງໃໝ່ໆເຮົາຈະໄດ້ເບິ່ງເຫັນໂລກອີກມຸມໜຶ່ງ, ລອງເປີດໃຈກັບສິ່ງທີ່ຕົວເອງບໍ່ມັກ ມັນອາດຈະປ່ຽນແປງຄວາມຄິດເຮົາໄດ້ ແລະ ເຮົາອາດຈະມີຄວາມຫຼົງໄຫຼກັບມັນ.



2. ຍອມຮັບຄວາມຈິງໃຫ້ເປັນ

  ບາງຄັ້ງຄວາມຈິງມັນເປັນເລື່ອງທີ່ນ້າເຈັບປວດ ແຕ່ການຍອມຮັບຄວາມຈິງຈະຊ່ວຍໃຫ້ເຮົາມີແຮງກ້າວເດີນຕໍ່ໄປ ແລະ ກໍຢາກທີ່ຈະປັບປຸງຕົວເອງໃຫ້ດີຂຶ້ນກວ່າເກົ່າ. 

3. ເລີກດຣາມາ

   


    ຖ້າເຮົາຢາກມີຄວາມສຸກ ແລະ ເຂັ້ມແຂງຕ້ອງຢຸດດຣາມາໃຫ້ໄດ້ກ່ອນ ເພາະວ່າຄວາມເສົ້າ ຫຼື ວ່າຄວາມທຸກໃຈບໍ່ໄດ້ເຮັດໃຫ້ເຮົາມີຄວາມສຸກ ແລະ ບໍ່ໄດ້ເຮັດໃຫ້ຫຍັງ ດີຂຶ້ນມາ. ຊີວິດຂອງເຮົາຕ້ອງເດີນໄປຂ້າງໜ້າ ບໍ່ແມ່ນກ້າວຖອຍຫຼັງ ຫຼື ຢໍ້າຢູ່ກັບທີ່. 

4.  ປ່ຽນຕົວເອງ 

   ປ່ຽນຄົນອື່ນບໍ່ໄດ້ກໍປ່ຽນທີ່ຕົວເອງເພື່ອຈະໄດ້ຢູ່ກັບຄົນທີ່ບໍ່ມັກຢ່າງມີຄວາມສຸກ, ປ່ຽນຄວາມຄິດຂອງຕົວເອງຫຼາຍກວ່າການໂຕ້ຖຽງໃຫ້ເສຍອາລົມ, ຢ່າມົວໄປເສຍເວລາກັບມັນ, ຊອກຫາວິທີທີ່ຈະປັບປຸງຕົວເອງໃຫ້ຢູ່ຮ່ວມກັບມັນໄດ້ຢ່າງມີຄວາມສຸກ. 

 

ความคิดเห็น