3 ສິ່ງທີ່ຈະເຮັດໃຫ້ເຮົາມີຊີວິດທີ່ດີຂຶ້ນ ແລະ ເຮົາມີອໍານາດທີ່ຈະເຮັດໃຫ້ມັນເກີດຂຶ້ນ.
1.ຢຸດມຸ່ງຄວາມສົນໃຈໄປໃສ່ບອນອື່ນຫຼາຍເກີນໄປ
ຢ່າເອົາບົດທີ1ຂອງເຮົາໄປປຽບທຽບກັບບົດທີ10ຂອງຄົນອື່ນ.ຖ້າເຈົ້າຄິດວ່າໃນມື້ນີ້ດີກວ່າມື້ວານເຈົ້າຊະນະແລ້ວເສັ້ນໄຊຂອງເຈົ້າບໍ່ໄດ້ຢູ່ຈຸດດຽວກັບຄົນອື່ນ ເມື່ອເຈົ້າສົນໃຈຄົນອື່ນ ມັນເໝືອນກັບວ່າ ເຈົ້າກຳລັງແຂ່ງແລ່ນ ແທນທີ່ຈະເອົາສະມາທິມາສົນໃຈກັບການແລ່ນຂອງຕົນເອງ ເຈົ້າພັດຫັນໄປເບີ່ງຄົນທີ່ແລ່ນອ້ອມຂ້າງເຈົ້າ ແລະ ການເຮັດແບບນີ້ ຈະເຮັດໃຫ້ເຈົ້າຫຼຸດສະມາທິ ເຈົ້າອາດຈະສະດຸດລົ້ມ ຫຼື ວ່າໝົດກຳລັງໃຈກໍໄດ້.ແຕ່ຖ້າເຈົ້າແຄ່ໄປສົນໃຈທີ່ເປົາໝາຍຂອງຕົວເອງ ສົນໃຈເສັ້ນໄຊຂອງຕົວເອງ ເຈົ້າບໍ່ແມແຕ່ສົນໃຈຄົນອື່ນ ແລະ ເຈົ້າກໍຈະຍິ່ງໄປຮອດເສັ້ນໄຊຂອງເຈົ້າໄດ້ໄວ້ຂຶ້ນ.
2. ປ່ຽນອຸປະສັກໃຫ້ເປັນໂອກາດ
ແທນທີ່ຈະເບີ່ງສະຖານະການແຍ່ວ່າມັນກຳລັງທຳຮ້າຍເຮົາລອງເບີ່ງວ່າມັນເປັນສິ່ງທີ່ກຳລັງສອນເຮົາໃຫ້ເຮົາເປັນຄົນທີ່ເກັ່ງຂຶ້ນ.
ແທນທີ່ຈະເບີ່ງວ່າອຸປະສັກເປັນກຳແພງ ລອງເບີ່ງວ່າມັນເປັນຂັ້ນໄດ ທີ່ຈະພາເຮົາໄປລະດັບໜຶ່ງໃນການເຂົ້າໃຈຊີວິດຫຼາຍຂຶ້ນ.
3.ຫຼຸດຄວາມຄາດຫວັງ
ບ່າງຄັ້ງຄວາມທຸກກໍເກີດມາຈາກການທີ່ຊີວິບໍ່ໄດ້ເປັນໄປຕາມທີ່ເຮົາຄາດຫວັງ ຫຼຸດຄວາມຂາດຫວັງ ເຈົ້າກໍຈະຫຼຸດຄວາມທຸກ.
ແລະ ນີ້ກໍຄື3 ສິ່ງທີ່ເຈົ້າສາມາດເຮັດໄດ້ເພື່ອໃຫ້ອະນາຄົດຂອງເຈົ້າດີຂຶ້ນ.. ລອງເອົາໄປນຳໃຊ້ກັນເດີ
#ຖ້າມັກແລະຖືກໃຈ ຝາກກົດ like $ share blogger ຂອງພວກເຮົາແນ່ເດີ 😃😃😃
☺☺☺ຂອບໃຈ ຂໍ້ມູນຈາກ ປຶ້ມຊອນ ບູຣະນະ ຫິຣັນ
ความคิดเห็น
แสดงความคิดเห็น