1. ຢ່າອວດຄວາມສໍາເລັດ
ຊີວິດເຮົາມີຂຶ້ນມີລົງ, ຢ່າໄປດີໃຈມີຄວາມສຸກ ແລະ ຫຼົງກັບຄວາມສໍາເລັດນັ້ນເກີນໄປ ເພື່ອເວລາທີ່ເຮົາລົງຈະໄດ້ບໍ່ຖືກຄົນອື່ນຊໍ້າເຕີມ.
2. ຢ່າອວດຜົນງານ
ຜົນງານດີບໍ່ຈໍາເປັນຕ້ອງອວດ ໃຫ້ຄອບຄົວ, ໝູ່ເພື່ອນ ຫຼື ຄົນອ້ອມຂ້າງ ເພາະເຂົາຈະເບິ່ງເຫັນ ແລະ ຊົມເຮົາເອງ, ຈົ່ງພູມໃຈຜົນງານຕົວເອງໄດ້ ແຕ່ຢ່າພະຍາຍາມເໜືອກວ່າຄົນອື່ນ.
3. ຢ່າອວດດີ
ຄົນດີແທ້ມັກບໍ່ອວດ ຄົນທີ່ອວດມັກບໍ່ດີ. ຄົນອວດອົ່ງທະນົງຕົວ ບໍ່ມີໃຜຢາກຊ່ວຍເຫຼືອຕອນທີ່ເຮົາລໍາບາກ. ເຮົາຄວນທີ່ຈະຮູ້ຈັກຖະໜອມຖ່ອມຕົນ, ແລ້ວເຮົາຈະເປັນຄົນທີ່ຄົນອ້ອມຂ້າງຊົມ ແລະ ໃຫ້ຄວາມຊ່ວຍເຫຼືອ.
4. ຢ່າອວດຄວາມລັບ
ຄົນເຮົາຮູ້ໜ້າບໍ່ຮູ້ໃຈຢ່າທ່ຽວໄປບອກຄວາມລັບກັບໃຜເພາະຄົນສ່ວນໃຫຍ່ທີ່ຟັງໄປກໍເອົາໄປນິນທາ ຫຼື ເອົາໄປບອກຕໍ່, ຄົນທີ່ເຮົາໄວ້ໃຈໄດ້ມີໜ້ອຍ.
5. ຢ່າອວດຄວາມສຸກ
ຄົນທີ່ມີຄວາມສຸກແທ້ຈະບໍ່ໄປອວດ, ບໍ່ຕ້ອງໄປອວດຄົນອື່ນວ່າຊີວິດເຮົາມີຄວາມສຸກສົມບູນແບບ. ເພາະນັ້ນຄືຄົນທີ່ບໍ່ມີຄວາມສຸກ ແຕ່ເປັນຄົນທີ່ມີປົມ.
6. ຢ່າອວດເດັ່ນ
ຖ້າຫາກເຮົາຮູ້ວ່າຕົວເອງເດັ່ນກວ່າຄົນອື່ນ ໃຫ້ຍົກຍ້ອງຄົນອື່ນ ເພື່ອໃຫ້ເຂົາຮູ້ສຶກວ່າເຮົາເທົ່າທຽມກັນ, ຢ່າໄປຊິງດີຊິງເດັ່ນກັບຄົນອື່ນ.
7. ຢ່າອວດລວຍ
ຄົນລວຍແທ້ເຂົາບໍ່ອວດ, ຄົນທີ່ບໍ່ມີຕ່າງຫາກລະທີ່ພະຍາຍາມຫາສິ່ງນີ້ນັ້ນມາອວດຄົນອື່ນ.
8. ຢ່າອວດຮູ້.
ຫາກບໍ່ຮູ້ກໍໃຫ້ຍອມຮັບວ່າບໍ່ຮູ້ ແລະ ຢ່າບອກວ່າຮູ້ພຽງເພາະຢ້ານຈະເສຍປຽບ, ບໍ່ເສຍຫາຍດອກຫາກຈະມີຄົນຮູ້ກວ່າເຮົາ ເພາະໃນໂລກນີ້ບໍ່ມີໃຜທີ່ຈະຮູ້ທຸກເລື່ອງ.
9. ຢ່າອວດສະຫຼາດ
ຄົນສະຫຼາດແທ້ເຂົາບໍ່ຂີ້ໂມ້ໂອອວດ, ແຕ່ເຂົາຈະເນັ້ນຟັງຫຼາຍກວ່າເວົ້າ. ເຂົາຈະບໍ່ອວດສະຫຼາດໃຫ້ດູໂງ່ ແຕ່ເຂົາຈະທໍາທ່າໂງ່ໃຫ້ດູສະຫຼາດ.
10. ຢ່າອວດເກັ່ງ
ເໜືອຟ້າຍັງມີຟ້າ ເຮົາບໍ່ໄດ້ເກັ່ງກວ່າໃຜ ເພາະຄົນທີ່ເກັ່ງກວ່າເຮົາຍັງມີຫຼາຍໃນໂລກໃບນີ້. ແລ້ວຍັງມີຄົນບໍ່ເກັ່ງທີ່ອິດສາເຮົາ. ຫາກອວດເກັ່ງຫຼາຍເຮົາຈະບໍ່ພັດທະນາຕົວເອງ ແລະ ອາດຈະບໍ່ມີທີ່ຢືນໃນສັງຄົມອີກດ້ວຍ.
ความคิดเห็น
แสดงความคิดเห็น