ເມື່ອອາຍຸເລີ່ມຫຼາຍຂຶ້ນ ຄຳຖາມເລົ່ານີ້ກໍເລີ່ມຕາມມາ ຍາມໃດຊິຫາແຟນ ຍາມໃດຊິມີແຟນ ຍາມໃດຊິແຕ່ງງານ ຄົນອື່ນມີໝົດແລ້ວ ຄົນອື່ນມີລູກແລ້ວ ບໍຢາກມີແນ່ບໍ? ຢູ່ຄົນດຽວບໍ່ເຫງົາຫວາ? ບໍ່ອິດສາຫມູ່ຄູບໍ? ຄຳວິຈານຕ່າງໆຫຼາກຫຼາຍ ທີ່ບໍ່ມີປະໂຫຍດຫຍັງແກ່ເຮົາເລີຍ ກໍບໍ່ຕ້ອງສົນໃຈ ຖ້າມີແລ້ວບໍ່ດີ ບໍ່ມີດີກວ່າ!
ແຕ່ຖ້າຄິດຈະມີແຟນຕ້ອງ :
1.ແຟນ ບໍ່ແມ່ນພາລະ
ຖ້າມີແຟນທັງທີ່ຕ້ອງຮູ້ສຶກດີ, ເຕີມເຕັມ ບໍ່ແມ່ນວ່າມີແຟນແລ້ວຮູ້ສຶກວ່າເມື່ອຍຂຶ້ນ ຫຼື ເປັນພາລະຕື່ມ.
2.ຕ້ອງສະບາຍໃຈບໍ່ແມ່ນວ້າວຸ້ນໃຈ
ມີແຟນແລ້ວຖ້າຮູ້ສຶກສະບາຍໃຈ, ມີກໍາໃຈລັງ. ແຕ່ຖ້າມີແລ້ວຮູ້ສຶກ ກົດດັນ, ຫຶງຫວງແບບບໍ່ມີເຫດຜົນ ຢູ່ຄົນດຽວສະບາຍໃຈດີກວ່າ.
3.ຕ້ອງຮູ້ສຶກອົບອຸ່ນປອດໄພ
ບໍ່ແມ່ນຮູ້ສຶກລະແວງ
ຮູ້ສຶກໄດ້ຄວາມຮັກ, ເຂົ້າໃຈ, ເຫັນໃຈ, ມັ່ນໃຈ, ບໍ່ທໍາລາຍຈິດໃຈ, ບໍ່ນອກໃຈ.
4.ຕ້ອງການຄົນທີ່ຮັກເຮົາແທ້ໆ
ເຂົ້າໃຈເຮົາ ແລະ ມີຄວາມຊັດເຈນ
ຕ້ອງໃຫ້ຄວາມຊັດເຈນ, ບໍ່ປິດລັບ, ວາງແຜນອະນາຄົນໄວ້ນໍາກັນ ບໍ່ແມ່ນ ຫຼົບໆລີ້ໆ.
5.ຄົນທີ່ເຫັນຄ່າ ແລະ ໃຫ້ຄວາມສຳຄັນ
ໃຫ້ກຽດ, ໃຫ້ຄວາມສົນໃຈໃນສິ່ງເລັກໆນ້ອຍເຊັ່ນ: ວັນສໍາຄັນກໍຄວນທີ່ຈະຢູ່ກັບເຂົາ, ເວລາບໍ່ສະບາຍກໍໄແດູແລ.
6.ຄົນທີ່ຊື່ສັດ ແລະ
ບໍ່ນອກໃຈກັນ
ຮັກດຽວໃຈດຽວ, ບໍ່ຂີ້ຕົວະ, ບໍ່ລັກໄປຫາຄົນອື່ນ, ບໍ່ຄົບຊ້ອນ.
7.ຄົນທີ່ສະເໝີຕົ້ນສະເໝີ
ຕ້ອງຮັກສະໝໍ່າສະເໝີຄືຕອນທໍາອິດ. ບໍ່ແມ່ນທໍາອິດກໍເຮັດໂຕດີໆ ມາຕ່ມາລະເຮັດຊົ່ວ ແບບນີ້ບໍ່ໄດ້.
8.ບໍ່ຕົບຕີ ທຳລາຍຮ່າງກາຍ
ເວລາຜິດໃຈກັນ ຄວນລົມກັນໃຫ້ດີໆ ບໍ່ແມ່ນໄປຕົບຕີທໍາລາຍຮ່າງກາຍ ເຊິ່ງບໍ່ເປັນຜົນດີຕໍ່ໄປເລີຍ ດີບໍ່ດີໄດ້ຂຶ້ນສານ ຫຼື ບາງທີ່ອາດຕາຍໄດ້.
ຖ້າຫາດີໆແບບນີ້ບໍ່ໄດ້ ຢູ່ເປັນໂສດດີກວ່າ
#ຂອບໃຈຂໍ້ມູນຈາກ
ມາເຜືອກ
ความคิดเห็น
แสดงความคิดเห็น