ປະໂຫຍກສອງ ຫຼື ສາມພາກສ່ວນ

 ປະໂຫຍກສອງພາກສ່ວນ ແມ່ນປະໂຫຍກທີ່ມີແຕ່ຄໍາຕົວຕັ້ງ ແລະ ຄໍາກຳມະຄົບຢູ່ນໍາກັນ.

ຕົວຢ່າງ: ຝົນຕົກ, ນົກບິນ, ໝາແລ່ນ, ໄກ່ຂັນ, ຟ້າຮ້ອງ, ຟ້າຜ່າ, ເດັນນ້ອຍໄຫ້.....

    ເຮົາຈະສັງເກດໄດ້ວ່າປະໂຫຍກເຫຼົ່ານີ້ບໍ່ຈໍາເປັນຕ້ອງມີຄໍາປະກອບມາຕື່ມແຕ່ມັນກໍມີຄວາມໝາຍສົມບູນຄົບຖ້ວນໄດ້.

- ປະໂຫຍກສາມພາກສ່ວນ ແມ່ນປະໂຫຍກທີ່ປະກອບດ້ວຍຄໍາຕົວຕັ້ງ, ຄໍາກໍາມະຂາດ ແລະ ຄໍາປະກອບ.

ຕົວຢ່າງ: ນາງນ້ອຍກິນເຂົ້າ, ພໍ່ເຖົ້າໄປນາ, ແມ່ປ້າໄປໄຮ່, ນາງມາຍຮຽນໜັງສື, ລາວດື່ມນໍ້າ, ນາງແກ້ວກິນໝາກກ້ວຍ...

     ເຮົາຈະສັງເກດໄດ້ວ່າປະໂຫຍກເຫຼົ່ານີ້ຈໍາເປັນຈະຕ້ອງມີຄໍາປະກອບຕື່ມນໍາ, ຖ້າຫາກບໍ່ມີຄໍາປະກອບມາຕື່ມກໍຈະເຮັດໃຫ້ປະໂຫຍກນັັ້ນບໍ່ສົມບູນເຊັ່ນ: ຖ້າເຮົາຂຽນແຕ່ພຽງວ່າ: ນາງນ້ອຍກິນ......... ຈັກກິນຫຍັງກໍບໍ່ຮູ້. ດັ່ງນັ້ນ, ເຮົາຈຶ່ງຈໍາເປັນຕ້ອງມີຄໍາປະກອບມາຕື່ມນໍາ (ເຂົ້າ, ໝາກກ້ວຍ, ສາລີ) ຈຶ່ງເຮັດໃຫ້ປະໂຫຍກສົມບູນໄດ້. 

ความคิดเห็น