ເຄີຍສົນໃຈ ຫຼື ສັງເກດບໍ ວ່າບາງຄົນຊີວິດບໍ່ໄປບໍ່ມາ, ເຮັດຫຍັງກໍບໍ່ປະສົບຜົນສໍາເລັດຫຍັງຈັກເທື່ອ ໄປເບິ່ງນໍາກັນເລີຍ
1. ບໍ່ມີຄວາມທະເຍີທະຍານ
ຄົນເຮົາຕ້ອງມີຄວາມຝັນ, ຕ້ອງຢາກມີຢາກໄດ້ ແລ້ວເມື່ອຢາກມີຢາກໄດ້ກໍຕ້ອງພະຍາຍາມຄວ້າມາມັນໃຫ້ໄດ້ ດ້ວຍວິທີທີ່ຖືກຕ້ອງ.
2. ບໍບໍ່ມັກຮຽນຄງາມຮູ້ຫຼາຍປານໃດກໍພຽພຽເທົ່ານັ້ນ ບໍ່ໄດ້ຊອກຫາອີກ.
ບາງຄົນເຮັດໂຕເປັນນໍ້າເຕັມແກ້ວ, ຄິດວ່າຕົນເອງດີເກັ່ງແລ້ວ, ບໍ່ຊອກຮຽນຮູ້, ບໍ່ພັດທະນາຕົນເອງ. ສຸດທ້າຍກໍບໍ່ໄປຮອດໃສ.
3. ອີໂກ້ສູງບໍ່ຟັງຄວາມຄິດເຫັນຂອງຄົນອື່ນ.
ບາງຄົນຄິດວ່າຕົວເອງດີເກັ່ງ, ບໍ່ຍອມເສຍປຽບ, ບໍ່ຟັງຄວາມຄິດເຫັນຂອງຜູ້ອື່ນ, ບໍ່ປັບປ່ຽນສິ່ງທີ່ຕົນຍັງອ່ອນ(ບໍ່ເກັ່ງ).
4. ຂາດຄວາມໝັ້ນໃຈໃນຕົນເອງ ມັກດູຖູກຕົວເອງ
ຄົນບາງຄົນນອກຈາກຈະບໍ່ເຮັດຫຍັງ ຍັງມາດູຖູກຕົວເອງ, ໂທດຕົວເອງ, ໂທດຊາດກຳເນີດຂອງ ຈົນບໍ່ຍອມເຮັດຫຍັງ, ບໍ່ທໍາບໍ່ສ້າງສາ.
5. ບໍ່ຮູ້ຈັກຕົວເອງ ບໍ່ຮູ້ວ່າຕົວເອງຖະໜັດ ຫຼື ມັກຫຍັງ?
ບາງຄົນເຮັດເປັນໝົດທຸກຢ່າງ ແຕ່ເຮັດໂຕໃດກໍບໍ່ເກັ່ງແທ້ຈັກຢ່າງ ຄືທີ່ເຂົາເຄີຍເວົ້າວ່າ ຄົນທີ່ເກັ່ງທຸກເລື່ອງ ຄືຄົນທີ່ບໍ່ເກັ່ງຫຍັງເລີຍ..ສະນັ້ນ, ຖ້າບໍ່ສິ່ງທີ່ຕົນເອງຖະໜັດ ຫຼື ຊໍານານ ກໍຍາກທີ່ຊີວິດຈະກ້າວໜ້າ.
6. ບໍ່ມີຄວາມສະໝໍ່າສະເໝີ ແລະຂາດລະບຽບວິໄນ
ບາງຄົນ ຕອນທໍາອິດເຮັດຄືໆເຮັດແທ້ເຮັດວາ ແຕ່ພໍມາຮອດໄລຍະໜຶ່ງຮູ້ສຶກເມື່ອຍ ຫຼື ບໍ່ໄດ້ດັງໃຈກໍເຊົາ ບໍ່ເຮັດຕໍ່, ເວົ້າງ່າຍໆກໍຄືບໍ່ມີຄວາມອົດທົນ.
7. ຄິດຫຼາຍ, ແຕ່ບໍ່ລົງມືປະຕິບັດສຸດທ້າຍປ່ອຍໃຫ້ໂອກາດຫາຍໄປຕາມການເວລາ
ບາງຄົນມີໄອເດຍດີໆຫຼາຍໆ ແຕ່ມີແຕ່ຄິດ ບໍ່ຍອມລົງມືປະຕິບັດຈັກເທື່ອ ສຸດທ້າຍໄອເດຍດີໆກໍຫາຍໄປ, ບໍ່ມີປະໂຫຍດຫຍັງ.
ເປັນແນວໃດທຸກຄົນ Add ເຊື່ອວ່າທຸກຄົນກໍຈະໄດ້ຄວາມຮູ້ບໍ່ຫຼາຍກໍໜ້ອຍ ຖ້າໃຜກົງກັບ 7 ນິໄສນີ້ ຢ່າລືມໄປປັບໃຊ້ກັນເດີ
ຝາກກົດ ຕິດຕາມ, Like and share
ความคิดเห็น
แสดงความคิดเห็น