5 ເລື່ອງທີ່ເຈົ້າຄວນຢຸດສົນໃຈ ແລ້ວຊີວິດເຈົ້າຈະດີຂຶ້ນຢ່າງແນ່ນອນ ມາເບິ່ງນຳກັນເລີຍ

 




1. ການໃຊ້ຊີວິດ, ການໃຊ້ເງິນຂອງຄົນອື່ນ.

    ຄົນອື່ນຊິນຸ່ງເຄື່ອງແນວໃດ, ຊິແຕ່ງໂຕແນວໃດ, ຊິໃຊ້ຈ່າຍຄົນຟຸມເຟືອຍປານໃດ, ຊີອວດເງິນຈັ່ງໃດກໍເລື່ອງຂອງເຂົາ ເພາະເປັນເງິນຂອງເຂົາເອງ, ຢ່າໄປຄິດ ຫຼື ເສຍດາຍແທນເຂົາໃຫ້ເສຍເວລາ. ກັບມາສົນໃຈເປົ້າໝາຍຂອງຕົນເອງດີກວ່າ. 

2. ຂ່າວຮ້າຍ, ສົນໃຈຄວາມໂຊກຮ້າຍ, ຄວາມທຸກຂອງຄົນອື່ນ.

  ເຫັນຄົນອື່ນໂພສເສົ້າ, ໂພສອົກຫັກ ກໍຢ່າໄປເສົ້ານໍາເຂົາ, ເພາະຄວາມຈິງແລ້ວບໍ່ມີໃຜເສົ້າແທນໃຜໄດ້, ຢາໄປວຸ້ນນໍາເຂົາ ຖ້າເຂົາບໍ່ໄດ້ຂໍຄວາມຊ່ວຍເຫຼືອ.

3. ການຈົ່ມໃນເລື່ອງທີ່ບໍ່ສາມາດແກ້ໄຂໄດ້.

   ຢ່າໄປຈົ່ມກັບເລື່ອງໃນອະດີດ, ສິ່ງທີ່ເຮັດຜິດພາດໄປ ຫຼື ສິ່ງທີ່ເຮົາບໍ່ສາມາດກັບໄປແກ້ໄຂໄດ້ ເພາະຈົ່ມໄປກໍບໍ່ມີປະໂຫຍດຫຍັງ ເບິ່ງວ່າອະດີດໃຫ້ມັນເປັນບົດຮຽນສອນເຮົາ ແລະ ເຮັດປັດຈຸບັນໃຫ້ດີທີ່ສຸດ.

4. ຄໍາເວົ້າທີ່ບັ່ນທອນ ຄົນທີ່ບໍ່ມັກເຮົາ.

   ຢ່າໄປທຸກກັບຄໍາດູຖູກ ຫຼື ຄໍາເວົ້າຂອງຄົນອື່ນ ຈົນບໍ່ກ້າເຮັດຫຍັງ, ຢ່າຢຸດເຮັດໃນສິ່ງທີ່ເຈົ້າຢາກເຮັດພຽງເພາະຄົນອື່ນບອກວ່າເຈົ້າເຮັດບໍ່ໄດ້, ເຈົ້າຕ້ອງເຊື່ອໝັ້ນຕົວເອງ, ໂຟກັສໄປທີ່ເປົ້າໝາຍຂອງເຈົ້າ ແລະ ເຮັດມັນໃຫ້ດີທີ່ສຸດ

5. ການນິນທາ, ການສົນທະນາທີ່ບໍ່ມີປະໂຫຍດ

    ການນິນທານອກຈາກຈະເປັນສິ່ງທີ່ບໍ່ມີປະໂຫຍດແລ້ວ ຍັງເປັນສິ່ງທີ່ບໍ່ດີອີກດ້ວຍ. ການນິນທາຄົນອື່ນຫລັບຫຼັງຄືຈຸດເລີ່ມຕົ້ນຂອງການສ້າງສັດຕູ. ຖ້າບໍ່ມີຫຍັງຊິເວົ້າການມິດງຽບເປັນສິ່ງທີ່ດີທີ່ສຸດ.

    ຖ້າພວກເຮົາຢຸດສົນໃຈສິ່ງເຫຼົ່ານີ້ຈະເຮັດໃຫ້ຊີວິດເຮົາມີແຕ່ຄວາມສຸກ

   ຝາກກົດ Follow, like and share 

ความคิดเห็น