10 ຂໍ້ດີຂອງການອ່ານໜັງສື

 


1. ການອ່ານຊ່ວຍກະຕຸ້ນການເຮັດວຽກຂອງສະໝອງ
   ເພາະການຊ່ວຍໃຫ້ເຮົາໄດ້ຄວາມຮູ້ຫຼາກຫຼາຍ, ຊ່ວຍໃຫ້ທາງອອກ, ຊ່ວຍລົດການເຮັດວຽກທາງສະໝອງ.


2. ການອ່ານຊ່ວຍເພີ່ມທັກສະການຄິດວິເຄາະ
    ການອ່ານຊ່ວຍໃຫ້ເຮົາໄດ້ຄວາມຮູ້ຫຼາຍ, ເຮັດໃຫ້ເຮົາສາມາດວິເຄາະສິ່ງຕ່າງ ຫຼື ວິເຄາະຄົນໄດ້ງ່າຍ ແລະ ເກັ່ງ.


3. ການອ່ານຊ່ວຍກະຕຸ້ນຄວາມຈໍາ
   ການທີ່ເຮົາມັກອ່ານຕະຫຼອດ ຫຼື ອ່ານສິ່ງໃໝ່ຈະຊ່ວຍໃຫ້ຄວາມຈໍາໃຫ້ດີ, ບໍ່ລືມງ່າຍ ຫຼື ບາງທີກໍຊ່ວຍໃຫ້ເຮົາເຂົ້າໃຈໄປໃນອັດຕະໂນມັດ. 


4. ການອ່ານຊ່ວຍໃຫ້ຮູ້ສໍານວນພາສາ ແລະ ຄໍາສັບຫຼາຍຂຶ້ນ.
   ເມື່ອເຮົາໄດ້ອ່ານໜັງສືຫຼາຍເຫຼັ້ມບໍ່ວ່າຈະເປັນນະວະນິຍາຍ, ໜັງສື How to, ເລື່ອງສັ້ນ, ສຸພາສິດ, ຈະເຮັດໃຫ້ເຮົາຈື່ສໍານວນ, ຄໍາຄົມ ຕ່າງໆ ຫຼື ຖ້າອ່ານປະເພດຄໍາກອນ ຫຼື ພາສາຕ່າງປະເທດກໍຈະເຮັດໃຫ້ເຮົາໄດ້ສັບພາສາອີກດ້ວຍ ຈະຊ່ວຍໃຫ້ເຮົາຮຽນຮູ້ພາສາໄດ້ງ່າຍ. 

5. ການອ່ານໃຫ້ຄວາມຮູ້
     ອ່ານໜ້ອຍຮູ້ໜ້ອຍ, ອ່ານຫຼາຍຮູ້ຫຼາຍ, ບໍ່ອ່ານບໍ່ຮູ້,  ຊ່ວຍໃຫ້ເຮົາຮູ້ໃນສິ່ງທີ່ເຮົາບໍ່ຮູ້, ຕົວຢ່າງຖ້າເຮົາຢາກເເຕ່ງກອນເປັນ ເຮັາກໍຕ້ອງມັກອ່ານກອນກ່ອນ.


6. ການອ່ານເຮັດໃຫ້ທັກສະການຮຽນດີຂຶ້ນ.
    ໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍໍຖ້າເຮົາໝັ່ນອ່ານໜັງສືຈະຊ່ວຍໃຫ້ເຮົາຮູ້ຫຼາຍກວ່າຄົນທີ່ບໍ່ອ່ານ, ຊ່ວຍໃຫ້ເຮົາແກ້ບັນຫາຕ່າງໆໄດ້ດີ, ຊ່ວຍໃຫ້ການຕອບຄໍາຖາມຕອບໂຈດ, ເວລາທົດສອບ ຫຼື ເສັງໄດ້ຄະແນນດີອີກດ້ວຍ.


7. ການອ່ານຊ່ວຍເຝິກສະມາທິ ແລະ ຄວາມຕັ້ງໃຈ
    ການອ່ານຊ່ວຍໃຫ້ເຮົາໃຈເຢັນ, ບໍ່ໂວ້ຍວາຍ, ເຂົ້າໃຈຄົນອື່ນ, ຈະຊ່ວຍໃຫ້ເຮົາຄິດໜັກ ແລະ ຄິດຕຶກຕອງກ່ອນທີ່ຈະເຮັດຫຍັງລົງໄປ, ໂອກາດທີ່ຈະຜິດພາດມີໜ້ອຍ 


8. ການອ່ານຊ່ວຍລົດຄວາມຄຽດ
   ຊ່ວຍລົດຄວາມໂມໂຫໂກດຄຽດ, ຊ່ວຍໃຫ້ຈິດໃຈສະບາຍ.


9. ການອ່ານຊ່ວຍໃຫ້ຜ່ອນຄາຍ
   ຊ່ວຍວິວອາລົມລົມ, ຫຼຸດຜ່ອນຄວາມອິດເມື່ອຍ.


10. ການອ່ານໃຫ້ຄວາມບັນເທີງ
  ການອ່ານນິທານ, ນິຍາຍຕະຫຼົກຊ່ວຍໃຫ້ເຮົາຜ່ອນຄາຍ, ໃຫ້ຄວາມບັນເທີງ, ໃຫ້ຄວາມມ່ວນຊື່ນອີກດ້ວຍ. 
  
     ຝາກກົດຕິດຕາມ, ກົດ Like, share 

ความคิดเห็น