ປະໂຫຍກ ແມ່ນຂໍ້ຄວາມໜຶ່ງທີ່ມີຄວາມໝາຍສົມບູນຄົບຖ້ວນ. ຊະນິດຂອງປະໂຫຍກທີ່ອີງໃສ່ຄໍາຕົວຕັ້ງມີ 3 ປະເພດຄື:
1. ປະໂຫຍກກົງ ແມ່ນປະໂຫຍກທີ່ຄໍາຕົວຕັ້ງເປັນຜູ້ກະທໍາເອງ.
ຕົວຢ່າງ: - ແມວກິນປາ.
- ໝາກິນຊີ້ນ.
- ນາງແກ້ວອ່ານໜັງສື.
- ນາງຂັນກິນເຂົ້າ.
2. ປະໂຫຍກອ້ອມ ແມ່ນປະໂຫຍກທີ່ຄໍາຕົວຕັ້ງບໍ່ໄດ້ກະທໍາເອງ ແຕ່ສັ່ງໃຫ້ຜູ້ອື່ນກະທໍາ.
ຕົວຢ່າງ: - ແມ່ໃຫ້ຂ້ອຍແຕ່ງກິນ.
- ຂ້ອຍສັ່ງລາວໄປເຮັດວຽກ.
- ອາຈານໃຫ້ຂ້ອຍເຮັດວຽກງານ.
- ພໍ່ໃຫ້ແມ່ນວດໃຫ້.
3. ປະໂຫຍກຮັບ ແມ່ນປະໂຫຍກທີ່ຄໍາຕົວຕັ້ງເຮັດຕາມຄໍາສັງຂອງຜູ້ອື່ນ.
ຕົວຢ່າງ: - ໝາຖືກລົດຢຽບ.
- ປາຖືກແມວກິນ.
- ຂ້ອຍຖືກແມ່ດ່າ.
- ນັກຮຽນຖືກອາຈານໃຫ້ເຮັດບົດເຝິກຫັດ.
ອ້າງອີງຈາກປຶ້ມພາສາລາວຊັ້ນມ.4
ความคิดเห็น
แสดงความคิดเห็น