ຄໍາປະສົມ

 

ຄວາມໝາຍຂອງຄໍາປະສົມ

     ແມ່ນຄໍາທີ່ໄດ້ມາຈາກການເອົາຄໍາຫຼາຍ ຄໍາໂຮມເຂົ້າກັນ ເພື່ອສ້າງເປັນຄໍາໃໝ່. ການປະສົມຄໍາມີຫຼາຍວິທີຄື: ການປະສົມລະຫວ່າງຄໍາເຄົ້າດ້ວຍກັນ, ການປະສົມລະຫວ່າງຄໍາເຄົ້າກັບຄໍາປະສົມ, ການປະສົມລະຫວ່າງຄໍາປະສົມກັບຄໍາເຄົ້າ ແລະ ການປະສົມລະຫວ່າງຄໍາປະສົມກັບຄໍາປະສົມ.

ຮູບແບບຂອງຄໍາປະສົມ

·         ການປະສົມລະຫວ່າງຄໍາເຄົ້າດ້ວຍກັນ

ຕົວຢ່າງ: -​ ລົດ + ໃຫຍ່ = ລົດໃຫຍ່

           -​ ຄ່າ + ລົດ   = ຄ່າລົດ

           -​ ນໍ້າ + ດື່ມ   = ນໍ້າດື່ມ

·         ການປະສົມຄໍາເຄົ້າກັບຄໍາປະສົມ

ຕົວຢ່າງ:

 -​ ຫ້ອງ + ຮັບແຂກ = ຫ້ອງຮັບແຂກ

 - ​ເຮືອນ + ພີ່ນ້ອງ= ເຮືອນພີ່ນ້ອງ

 -​ ຕູ້ + ເສື້ອຜ້າ ຕູ້ເສື້ອຜ້າ

·         ການປະສົມລະຫວ່າງຄໍາປະສັມກັບຄໍາເຄົ້າ

ຕົວຢ່າງ: -​  ດອກໄມ້+ ຂາວ= ດອກໄມ້ຂາວ

          -​ ໝາກເຜັດ+ ດິບ= ໝາກເຜັດດິບ

           -​ ຕຸກນໍ້າ +ດື່ມ= ຕຸກນໍ້າດື່ມ

·         ການປະສົມລະຫວ່າງຄໍາປະສົມກັບຄໍາປະສົມ

ຕົວຢ່າງ:

-​ ສິນຄ້າ + ຂາເຂົ້າ =ສິນຄ້າຂາເຂົ້າ

-​ ຫ້ອງການ + ຄູອາຈານ =ຫ້ອງການຄູອາຈານ

      ອ້າງມາຈາກປຶ້ມແບບຮຽນພາສາລາວຊັ້ນມ.6

ความคิดเห็น