ພາສາລາວສ່ວນຫຼາຍຈະເປັນຄໍາໂດດ ຫຼື ຄໍາປ່ຽວ, ບໍ່ມີການປ່ຽນຮູບຄໍາເຊັ່ນ: ດິນ, ນໍ້າ, ລົມ, ໄຟ, ໝູ, ໝາ, ເປັດ, ໄກ່...
ກ. ຄໍາເຄົ້າລາວເດີມ
ແມ່ນຄໍາລາວແທ້ທີ່ບໍ່ໄດ້ເອົາຈາກພາສາອື່ນ,
ສ່ວນຫຼາຍເປັນຄໍາທີ່ມີພະຍາງດຽວເຊັ່ນ:
- ຄໍານາມ: ນົກ, ເປັດ, ໄກ່...
- ຄໍາແທນນາມ: ຂ້ອຍ, ເຈົ້າ,
ລາວ...
- ຄໍາກໍາມະ: ກິນ, ນອນ, ນັ່ງ,
ຢືນ....
- ຄໍາຄຸນນາມ: ດີ, ຊົ່ວ, ດໍາ,
ແດງ...
- ຄໍາເຊື່ອມ: ຂອງ, ເພື່ອ,
ແຕ່...
- ຄໍາຕໍ່: ແຫລະ, ກັບ
- ຄໍາອຸທານ: ໂອ້ຍ, ເອ໊...
ຂ. ຄໍາເຄົ້າທີ່ຢືມມາຈາກພາສາອື່ນ
ສ່ວນຫຼາຍຈະເປັນຄໍາຫຼາຍພະຍາງ ຍ້ອນອິດທິພົນທາງດ້ານສາສະໜາ ແລະ ການຮ່ວມມືທາງດ້ານເສດຖະກິດການເມືອງ
- - ຄໍາເຄົ້າທີ່ຢືມມາຈາກພາສາປາລີ:ເມດຕາ,
ເວລາ, ບູຮານ....
- - ຄໍາທີ່ຢືມມາຈາກພາສາສັນສະກິດ: ກະເສດ, ສາດ, ວິທະຍາ....
- - ຄໍາເຄົ້າທີ່ຢືມມາຈາກພາສາມອນ: ຖົງ, ກະຕ່າຍ, ຄະລໍາ
- - ຄໍາທີ່ຢືມມາຈາກພາສາຂະແມ: ຖະໜອມ, ສະອາດ, ລະບຽບ...
- - ຄໍາເຄົ້າທີ່ຢືມມາຈາກພາສາໄທ: ເລື່ອງ, ຊັດເຈນ, ປັບປຸງ...
- - ຄໍາເຄົ້າທີ່ຢືມມາຈາກພາສາຫວຽດນາມ: ເຝີ, ຢໍ່,ບັນກວນ...
- - ຄໍາເຄົ້າທີ່ຢືມມາຈາກພາສາຈີນ: ເຈັ໊ງ, ເຮັງ, ຊວຍ...
- - ຄໍາເຄົ້າທີ່ຢືມມາຈາກພາສາຝຣັ່ງ: ກາເຟ, ວິນລາ, ກາລະວັດ....
- - ຄໍາທີ່ຢືມມາຈາກພາສາອັງກິດ: ກັອບປີ, ສີວິໄລ, ເກມ...
ອ້າງອີງຈາກປຶ້ມພາສາລາວຊັ້ນ ມ.6 ແລະ ມ.7 (2017)
ความคิดเห็น
แสดงความคิดเห็น