+ອະທິບາຍຄວາມໝາຍຄໍາສຸພາສິດ
ຊື່ວ່າຈັນໃສແຈ້ງ ບໍ່ປານແສງສຸລິເຍດ
ແສງກະບອງໝື່ນເຫຼັ້ມ ບໍ່ໃສແຈ້ງດັ່ງພະຈັນ ດອກນາ
- ດວງຈັນເຖິງຈະເຕັມດວງ ແລະ ແຈ້ງປານໃດກໍບໍ່ເທົ່າແສງຕາເສັນຕາເວັນ.
- ແສງກະບອກໄຟເປັນໝື້່ນເຫຼັ້ມ ກໍບໍ່ແຈ້ງເທົ່າແສງຂອງພະຈັນ.
#ຄົນທີ່ວ່າດີ ແລະ ເກັ່ງແລ້ວ ກໍຍັງມີຄົນອື່ນທີ່ດີ ແລະ ເກັ່ງກວ່າ. ປຽບດັງແສງຕາ ເວັນ ແລະ ແສງດວງເດືອນທີ່ວ່າແຈ້ງແລ້ວ ແຕ່ແສງແຫ່ງປັນຍາຍັງແຈ້ງກວ່າ. ດັ່ງນັ້ນ, ຢ່າໄດ້ຄິດວ່າຕົວເອງດີ ແລະ ເກັ່ງກວ່າຄົນອື່ນຈົນບໍ່ເຮັດຫຍັງບໍ່ພັດທະນາຕົນເອງ. ເພາະຍັງມີຄົນອື່ນອີກຫຼາຍໆຄົນໃນໂລກນີ້ທີ່ດີ ແລະ ເກັ່ງກວ່າ.
ความคิดเห็น
แสดงความคิดเห็น