ຊະນິດຂອງປະໂຫຍກທີ່ອີງໃສ່ຄໍາກໍາມະແບ່ງອອກເປັນ 2 ຊະນິດຄື:
ປະໂຫຍກກຸ້ມຕົວ ແລະ ປະໂຫຍກຫຼາຍບໍ່ກຸ້ມຕົວ
- ປະໂຫຍກກຸ້ມຕົວ
ແມ່ນປະໂຫຍກທີ່ມີແຕ່ຄໍາຕົວຕັ້ງ ແລະ ຄໍາກຳມະຄົບຢູ່ນໍາກັນ.
ຕົວຢ່າງ: ຝົນຕົກ, ນົກບິນ, ໝາແລ່ນ, ໄກ່ຂັນ, ຟ້າຮ້ອງ, ຟ້າຜ່າ, ເດັນນ້ອຍໄຫ້.....
ເຮົາຈະສັງເກດໄດ້ວ່າປະໂຫຍກເຫຼົ່ານີ້ບໍ່ຈໍາເປັນຕ້ອງມີຄໍາປະກອບມາຕື່ມແຕ່ມັນກໍມີຄວາມໝາຍສົມບູນຄົບຖ້ວນໄດ້.
-
ປະໂຫຍກບໍ່ກຸ້ມຕົວ
ແມ່ນປະໂຫຍກທີ່ປະກອບດ້ວຍຄໍາຕົວຕັ້ງ, ຄໍາກໍາມະຂາດ ແລະ ຄໍາປະກອບ.
ຕົວຢ່າງ: ນາງນ້ອຍກິນເຂົ້າ, ພໍ່ເຖົ້າໄປນາ, ແມ່ປ້າໄປໄຮ່, ນາງມາຍຮຽນໜັງສື, ລາວດື່ມນໍ້າ, ນາງແກ້ວກິນໝາກກ້ວຍ...
ເຮົາຈະສັງເກດໄດ້ວ່າປະໂຫຍກເຫຼົ່ານີ້ຈໍາເປັນຈະຕ້ອງມີຄໍາປະກອບຕື່ມນໍາ, ຖ້າຫາກບໍ່ມີຄໍາປະກອບມາຕື່ມກໍຈະເຮັດໃຫ້ປະໂຫຍກນັັ້ນບໍ່ສົມບູນເຊັ່ນ: ຖ້າເຮົາຂຽນແຕ່ພຽງວ່າ: ນາງນ້ອຍກິນ......... ຈັກກິນຫຍັງກໍບໍ່ຮູ້. ດັ່ງນັ້ນ, ເຮົາຈຶ່ງຈໍາເປັນຕ້ອງມີຄໍາປະກອບມາຕື່ມນໍາ (ເຂົ້າ, ໝາກກ້ວຍ, ສາລີ) ຈຶ່ງເຮັດໃຫ້ປະໂຫຍກສົມບູນໄດ້.
ความคิดเห็น
แสดงความคิดเห็น