ປະໂຫຍກໃຈຄວາມດຽວ ແລະ ປະໂຫຍກຫຼາຍໃຈຄວາມ
ຖ້າອີງໃສ່ໃຈຄວາມຂອງປະໂຫຍກ ປະໂຫຍກແບ່ງອອກເປັນ 2 ຊະນິດຄື:
- ປະໂຫຍກໃຈຄວາມດຽວ
ແມ່ນປະໂຫຍກທີ່ມີເນື້ອໃນໃຈຄວາມດຽວ ຫຼື ຈຸດປະສົງດຽວ.
ຕົວຢ່າງ: ຂ້ອຍໄປຕະຫຼາດ, ແມ່ໄປນາ, ພໍ່ໄປໄຮ່, ຝົນຕົກ, ນົກບິນ, ໝາແລ່ນ, ລາວຂຽນໜັງສື, ປະຕູເປີດ, ຂ້ອຍດື່ມເບຍ,....
-
ປະໂຫຍກຫຼາຍໃຈຄວາມ
ແມ່ນປະໂຫຍກທີ່ມີສອງ ຫຼື ຫຼາຍເນື້ອໃນໃຈຄວາມ ຫຼື ມີຫຼາຍຈຸດປະສົງ.
ຕົວຢ່າງ: ຂ້ອຍໄປທ່ຽວເພື່ອຈະໄດ້ຮູ້ຈັກກັບຄົນອື່ນ, ຂ້ອຍມານີ້ເພາະຄິດຮອດເຈົ້າແຮງ, ລາວກິນເຂົ້າ ແລະ ຫຼິ້ນເກມ, ລາວນັ່ງໄຫ້ເພາະລາວອົກຫັກ, ຂ້ອຍເຊື່ອວ່າເຈົ້າຕ້ອງເສັງເຂົ້າມະຫາວິທະຍາໄລໄດ້....
ความคิดเห็น
แสดงความคิดเห็น