ກາລະໃນພາສາລາວ

     ກາລະ ແມ່ນເຄື່ອງໝາຍບົ່ງບອກເວລາຂອງຄໍາກໍາມະ. ກາລະໃນພາສາລາວ ມີ 3 ກາລະຄື: ກາລະປັດຈຸບັນ, ກາລະອະດີດ ແລະ ກາລະອະນາຄົດ.

1.      ກາລະປັດຈຸບັນ

   ແມ່ນໝາຍເອົາເວລາດຽວນີ້, ໃນຂະນະນີ້. ກາລະປະຈຸບັນແບ່ງອອກເປັນ 3 ລັກສະນະຄື:

·         ກາລະປັດຈຸບັນແທ້

   ແມ່ນໝາຍເອົາເວລາທີ່ພວມກະທໍາຢູ່ ຫຼື ດໍາເນີນຢູ່ເຊິ່ງໃຊ້ຄໍາວ່າ: ພວມ, ກຳລັງ, ຍັງ, ຢູ່...

ຕົວຢ່າງ:

-    ອາຈານກໍງລັງສອນໜັງສື

-    ເພິ່ນພວມດື່ມນໍ້າ

-    ລາວແຊັດນໍາຜູ້ສາວຢູ່

-    ຂ້ອຍຍັງຈົດບົດຮຽນ

·         ກາລະປັດຈຸບັນໃກ້ອະດີດ

   ແມ່ນໝາຍເອົາເວລານີ້ ຫຼື ໃນຂະນະນີ້ ເຊິ່ງໄດ້ລົງມືກະທໍາລົງໄປແລ້ວ ແຕ່ຍັງບໍ່ທັນໄດ້ສໍາເລັດເທື່ອ ໂດຍມີຄໍາວ່າ: ແລ້ວ ຫຼື ໄດ້ແລ້ວ

ຕົວຢ່າງ:

-    ອາຈານກໍາລັງມາແລ້ວ

-    ນັກຮຽນກຳລັງເມືອເຮືອນແລ້ວ

·         ກາລະປັດຈຸບັນໃກ້ອະນາຄົດ

 ແມ່ນໝາຍເອົາເວລາທີ່ໃກ້ຈະມາຮອດ ຫຼື ມາເຖິງ ເຊິ່ງພວມລົງມືເຮັດ ຫຼື ກະທໍາ ໂດຍມີຄໍາວ່າ: ຊິ, ຈະ, ຈັກ

ຕົວຢ່າງ:

-    ຂ້ອຍກໍາລັງຈະນອນ

-    ຂ້ອຍຊິຈົດບົດຮຽນຢູ່ດອກ

2.      ກາລະອະດີດ

   ແມ່ນໝາຍເອົາເວລາທີ່ລ່ວງກາຍ ຫຼື ຜ່ານພົ້ນໄປແລ້ວ ເຊິ່ງໄດ້ແກ່ຄໍາພວກນີ້ເຊັ່ນ: ໄດ້, ໄດ້ແລ້ວ, ເຄີຍ, ເຄີຍແລ້ວ, ສຳເລັດແລ້ວ

ຕົວຢ່າງ:

-    ຂ້ອຍເລີກກັບລາວ ແລ້ວ

-    ອາທິດແລ້ວນີ້ ຂ້ອຍ ໄດ້ ໄປຫຼິ້ນຢູ່ຫາດທາ

-    ຂ້ອຍ ໄດ້ ຮຽນຈົບ ມຊ ແລ້ວ

 

3.      ກາລະອະນາຄົດ

   ໝາຍເອົາ ເວລາທີ່ຍັງບໍ່ທັນມາຮອດ ຫຼື ມາເຖິງ. ແບ່ງອອກເປັນ 2 ລັກສະນະຄື:

·         ກາລະອະນາຄົດແທ້

   ແມ່ນໝາຍເອົາເວລາທີ່ຍັງບໍ່ທັນມາຮອດ ຫຼື ບໍ່ທັນມາເຖິງແທ້ໆ ເຊິ່ງໄດ້ແກ່ຄໍາວ່າ: ຈະ, ຈັກ , ຊິ

ຕົວຢ່າງ:

-    ມື້ອື່ນ ອາຈານ ຊິ ກວດກາວິຊາພາສາລາວ

-    ປີໜ້າ ເຮົາ ຈະ ດອງກັນ

-    ຕອນແລງນີ້ ອາຈານຊິມາຍາມ ພວກເຮົາ ຈັກ ຊິ ແຕ່ງຫຍັງພາເພິ່ນກິນ

·         ກາລະອະນາຄົດໃກ້ອະດີດ

    ໝາຍເອົາເວລາທີ່ໃກ້ຈະລົງມືເຮັດ ຫຼື ພວມຈະກະທໍາຢູ່. ເຊິ່ງໄດ້ແກ່ຄໍາວ່າ: ແລ້ວ, ຖ້າເປັນປະໂຫຍກຄໍາຖາມຈະໃຊ້ຄໍາວ່າ: ໄດ້

ຕົວຢ່າງ:

-    ອາທິດໜ້າ ພວກເຮົາຊິໄດ້ພັກໂຮງຮຽນແລ້ວ

-    ຈັກໜ້ອຍ, ອາຈານກະຊິລົງຫ້ອງແລ້ວ

 

4.      ກາລະບໍ່ມີກໍານົດ

   ໝາຍເອົາເວລາທີ່ບໍ່ມີກໍານົດແນ່ນອນ ພຽງແຕ່ບອກເວລາລອຍໆຄືການກະທໍາ ຫຼື ການເຄືອນໄຫວແບບລອຍໆເທົ່ານັ້ນເຊັ່ນ: ບາງທີ,ເລື້ອຍໆ, ຕະຫຼອດ ສະເໝີ.

ຕົວຢ່າງ:

-    ບາງຄົນມັກຮຽນໜັງສື, ບາງຄົນມັກຫຼິ້ນກິລາ

-    ພວກເຂົາ ມັກ ດື່ມ ເບຍ

-    ຂ້ອຍຮັກເຈົ້າສະເໝີ

-    ນາງ ສີດາ ມັກອ່ານໜັງສືຕອນ ຕະຫຼອດ

-    ກຸຫຼາບຍ່ອມມີໜາມ ສາວຜູ້ງາມ ຍ່ອມມີແຟນ

   ອ້າງຈາກປຶ້ມພາສາລາວຊັ້ນມ.6

ความคิดเห็น