ຄວາມແຕກຕ່າງລະຫວ່າງຄໍາສຸພາສິດ ແລະ ຄຳຜະຫຍາ
ຄໍາສຸພາສິດແມ່ນຄໍາເວົ້າທີ່ຈົບງາມ ແລະ ຖືກຕ້ອງ ເປັນຄຳເວົ້າທີ່ສັັ້ນ,ກະທັດຮັດ ແຕ່ມີຄວາມໝາຍເລິກເຊິ່ງ. ປາຊາຊົນຊາວຜູ້ອອກແຮງງານເປັນຜູ້ແຕ່ງມາຕັ້ງແຕ່ບູຮານນາການ ເພື່ອເປັນຄໍາສັ່ງສອນ.
- ຢາກກິນໝາກ ຕ້ອງປູກຜົນ
ຢາກເປັນຄົນ
ຕ້ອງຮໍ່າຮຽນຄວາມຮູ້
- ໄຮ່ບໍ່ຮົກ
ຍ້ອນເຈົ້າໝັ່ນພຽນ
ໃຮ່ນາພຽງ
ຍ້ອນເຈົ້າຂອງຂອງດຸໝັ່ນ
- ຢາກເຮັດໄຮ່
ຕ້ອງຫາຂວານຫາພ້າ
ຢາກເຮັດນາ
ຕ້ອງຫາຄາດຫາໄຖ
ຈັນໃສແຈ້ງ ດວງດຽວບໍ່ມີຄ່ອງ
ບໍ່ມີດາວແວດລ້ອມ ຈັນເຈົ້າກໍບໍ່ເຮື່ອງ
- ນອນບໍ່ຫຼັບໃຫ້ໄປທ່ຽວ
ມີສ່ຽວໃຫ້ໄປຢາມ
- ຄົບຄົນຊົ່ວ ພາໄປຫາຜິດ
ຄໍາຜະຫຍາເປັນຄໍາເວົ້າທີ່ມີລັກສະນະເວົ້າແທ້ແກ້ມ່ວນ
ທີ່ພວກບ່າວ-ສາວຄິດຂຶ້ນ ເພື່ອເວົ້າແກ້ກັນ.ເວົ້າເຖິງການໂອ້ລົມ, ການເວົ້າຢອກສຽດສີກັນ
ຂອງບ່າວສາວເວລາທີ່ເຂົາເຈົ້າໂອລົ້ມກັນ ຫຼື ຂັບຕໍ່ແຍແກ້ບັນຫາກັນ.
ເຖິງບໍ່ໄດ້ເຫັນໜ້າ
ເຫັນແຕ່ນາກໍພໍຢູ່
ເຫັນແຕ່ເສື້ອພາດແຈ ເຫັນແຕ່ແພພາດຮົ້ວ
ຍິນສຽງຫົວຢູ່ບ້ານ ກໍປານໄດ້ນັ່ງນໍາ
- ອ້າຍນີ້ເໝືອນດັງກາດໍາປີ້ ຈັບກະຕໍກາງໄຮ່
ຊິບໍ່ສົມເຜົ່າຜູ້ນ້ອງ ແນວເຈົ້າໜໍຫົງ
- ນ້ອງນີ້ຄິດຮອດອ້າຍ ນອນໆນັ່ງ
ມີແຕ່ຍັ່ງໆໄຫ້ ຈົນແຈ້ງບໍ່ໄດ້ນອນ
- ບາດວ່າລົມເປັນຊູ້ ແກງງູກໍເປັນອ່ຽນ
ບາດວ່າປ່ຽນຊູ້ແລ້ວ ປາປີ້ງກໍວ່າປີງ
ความคิดเห็น
แสดงความคิดเห็น