ມາລະຍາດໃນການຂຽນ

 

ມາລະຍາດໃນການຂຽນ

-          ນັ່ງໃຫ້ຊື່, ຈັບປາກກາ ແລະ ວາງປຶ້ມໃຫ້ເຊິ່ງກັນ.

-     ເຈ້ຍຂຽນ, ປາກກາ, ສີນໍ້າມຶກ ໃຫ້ຢູ່ໃສະພາບທີ່ພ້ອມ, ເໝາະສົມ ແລະ ຮຽບຮ້ອຍ.

-      ຂຽນສະເພາະໃນທີ່ທີ່ເໝາະສົມ.

-      ຂຽນໃຫ້ຖືກວິທີຕາມຮູບແບບຫຼັກການຂຽນ.

-      ຕ້ອງຂຽນໃຫ້ຖືກວັກ, ຕອນ, ຍະຫວ່າງ, ຫຍໍ້ໜ້າໃຫ້ຖືກຕ້ອງ.

-      ພະຍາຍາມຮັກສາຄວາມສະອາດ, ຢ່າຂີດຂ້າ ຫຼື ລຶບ.

-      ຖ້ອຍຄໍາສໍານວນ, ປະໂຫຍກຕ້ອງສຸພາບຮຽບຮ້ອຍ ເໝາະສົມກັບກາລະເທສະ.

-      ການຂຽນຄວນມີລັກສະນະສ້າງສັນ, ຂຽນຕໍານິວິຈານເພື່ອກໍສ້າງ, ບໍ່ຂຽນເພື່ອທໍາລາຍ.

-      ບໍ່ຄວນຂຽນວົນວຽນ, ສັບສົນ.

-      ບໍ່ຄວນບິດເບືອນຄວາມຈິງ.

-      ບໍ່ຄວນຂຽນຂໍ້ຄວາມທີ່ສະແດງເຖິງສິ່ງທີ່ເປິເປື້ອນ.

-      ຄວນຮັກສາວັດທະນະທໍາທາງພາສາ, ບໍ່ທໍາລາຍພາສາຂອງຊາດ.

   ພາສາລາວຊັ້ນມ1 2012

ความคิดเห็น