ຄວາມໝາຍຂອງພະຍາງ
ພະຍາງ ແມ່ນສຽງຂອງຄົນເຮົາທີ່ເປັງອອກມາເທື່ອດຽວ ຫຼື ຫຼາຍເທື່ອ ເອີ້ນວ່າພະຍາງ.ຄໍາໃນພາສາລາວສ່ວນຫຼາຍເປັນຄໍາໂດດ ຫຼື ຄໍາປ່ຽວເຊັ່ນ: ພໍ່, ແມ່, ປ້າ, ລຸງ, ນົກ, ໝູ,... ແຕ່ກໍຍັງມີຄໍາທີ່ມີຫຼາຍພະຍາງເຊັ່ນ:ນັກຮຽນ, ກະດານ, ພະຍັນຊະນະ, ວັນນະຍຸດ, ຕົວສະກົດ,.....
ຕົວຢ່າງ:
-
ກະ ມີ 1
ພະຍາງ
-
ກະຕ່າ ມີ 2
ພະຍາງ
-
ໄວຍາກອນ ມີ 4
ພະຍາງ
ອົງປະກອບຂອງພະຍາງ
-
ພະຍັນຊະນະ ແລະ ສະຫຼະ
ຕົວຢ່າງ: ມາ, ໝູ, ນາ,ຫວີ, ຂີ່,...ມີພຽງແຕ່ພະຍັນຊະນະ ແລະ ສະຫຼະ.
-
ພະຍັນຊະນະ, ສະຫຼະ, ວັນນະຍຸດ
ແລະ ຕົວສະກົດ.
ຕົວຢ່າງ: ເສື້ອ, ນອນ, ໝູ່, ທີ່, ກ້ານ, ກິ່ນ,...ບາງຕົວມີພະຍັນຊະນະ, ສະຫຼະ ແລະ ຕົວສະກົດ,ບາງຕົວມີພະຍັນຊະນະ, ສະຫຼະ ແລະ ຕົວສະກົດ. ບາງຕົວມີທັງພະຍັນຊະນະ, ສະຫຼະ, ວັນນະຍຸດ ແລະ ຕົວສະກົດ.
ຄວາມໝາຍຂອງຄໍາ
ແມ່ນສຽງທີ່ຄົນເຮົາເປັນອອກມາຈາກປາກແລ້ວມີຄວາມໝາຍຢ່າງໜຶ່ງ.
ຄໍາໜຶ່ງອາດມີ 1 ຫຼື
ຫຼາຍພະຍາງ
ຕົວຢ່າງ: - ພໍ່ ມີ 1 ພະຍາງ
-
ໂຮງຮຽນ ມີ 2
ພະຍາງ
- ທໍລະນີ
ມີ 3 ພະຍາງ
ອົງປະກອບຂອງຄໍາ
1.
ສຽງ
ຕົວຢ່າງ: ເຮືອນ, ນົກ, ແມວ
ກໍມີສຽງຂອງມັນໂດຍສະເພາະ.
2.
ຄວາມໝາຍ
ຕົວຢ່າງ: ນົກ ໝາຍເຖິງສັດປີກຊະນິດໜຶ່ງ.
ອ້າງອີງຈາກປຶ້ມພາສາລາວຊັ້ນມ.2 2021
ความคิดเห็น
แสดงความคิดเห็น