ສະຫຼະພິເສດໃນພາສາລາວ

 

                                        


ວ່າດ້ວຍສະຫຼະພິເສດ

      ສະຫຼະພິເສດ ໝາຍເຖິງສະຫຼະທີ່ແຕກຕ່າງຈາກສະຫຼະອື່ນ ແລະ ເປັນສະຫຼະທີ່ໄດ້ມາຈາກ xະ ປ່ຽນຮູບມາເປັນ xັ ມາປະສົມກັບຕົວສະກົດ ຍ, ວ, ມ. ເຊິ່ງມັນບໍ່ສາມາດໃຊ້ຕົວສະກົດໄດ້ອີກເພາະມັນມີສຽງຕົວສະກົດໃນຕົວຢູ່ແລ້ວ.

      ສະຫຼະພິເສດໃນພາສາລາວມີ 4 ຕົວຄື: ໄx, ໃx,  xົາ, xໍາ.

-     -  ສະຫຼະ ໄx (ໄມ້ມາຍ)  ແມ່ນໄດ້ມາຈາກສະຫຼະ  xະ ປ່ຽນຮູບມາເປັນ  x  ປະສົມກັບຕົວສະກົດ ຍ ເປັນ xັຍ. ແຕ່ xັຍ ແບບນີ້ໃນພາສາລາວແມ່ນບໍ່ເຄີຍໃຊ້. ດັ່ງນັ້ນ, ຈຶ່ງປ່ຽນມາໃຊ້ສະຫຼະ ໄx ແທນ.

-     -  ສະຫຼະໃx (ໄມ້ມ້ວນ) ແມ່ນໄດ້ມາຈາກສະຫຼະ  xະ ປ່ຽນຮູບມາເປັນ  x  ປະສົມກັບຕົວສະກົດ ຍ ເປັນ xັຍ. ເປັນສະຫຼະທີ່ໃຊ້ຂຽນຄໍາສັບຕ່າງໆໃນພາສາລາວໃຫ້ສາມາດຈໍາແນກຄວາມໝາຍຂອງມັນເຊັ່ນ: ຊາວເມືອງຫຼວງ ພະບາງ ແລະ ໄທດໍາເອີນວ່າ ອາເອີ (ໄປໃສ) ໄປສາເອີ ( ໄປກະໃລ), ທາງໃຕ້ (ທາງເຕີ)...

-      - ສະຫຼະ ເxົາ ໄດ້ມາຈາກ     ສະຫຼະ  xະ ປ່ຽນຮູບມາເປັນ  x  ປະສົມກັບຕົວສະກົດ ວ ເປັນ xັວ, ແຕ່ວ່າສະຫຼະ xັວ ແບບນີ້ບໍ່ເຄີຍໃຊ້ໃນພາສາລາວ. ດັ່ງນັ້ນ, ຈຶ່ງປ່ຽນມານໍາເອົາຮູບສະຫຼະປະສົມ ເxົາ ໃຊ້ແທນ.

-      - ສະຫຼະ xໍາ ໄດ້ມາຈາກ      ສະຫຼະ  xະ ປ່ຽນຮູບມາເປັນ  x  ປະສົມກັບຕົວສະກົດ ມ ເປັນ xັມ, ແຕ່ວ່າ xັມ ແບບນີ້ ບໍ່ເຄີຍໃຊ້ໃນພາສາລາວ. ດັ່ງນັ້ນ, ຈຶ່ງປ່ຽນມານໍາເອົາຮູບສະຫຼະປະສົມ xໍາ ໃຊ້ແທນ.

ອ້າງອີງຈາກປຶ້ມພາສາລາວຊັ້ນມ (1) 2011 ແລະ ໄວຍາກອນລາວຂອງທ່ານພູມີວົງວິຈິດ


ความคิดเห็น