ຄໍາຄຸນນາມ ແມ່ນຄໍາທີ່ຊີ້ບອກລັກສະນະຂອງຄໍານາມ, ຄຳແທນນາມ,ຄຳກຳມະ ຫຼື ຄຳຄຸນນາມດ້ວຍກັນ. ຄໍາແທນນາມມີ 18 ຊະນິດຄື:
1. ບອກຂະໜາດ:
ກວ້າງ, ແຄບ, ໃຫຍ່, ນ້ອຍ, ສັນ, ຍາວ,...
2. ບອກຊະນິດ:
ດີ, ຊົ່ວ, ງາມ, ອ່ອນ, ແກ່, ໜຸ່ມ, ເຖົ້າ, ເຮິ, ຂີ້ຮ້າຍ,...
3. ບອກຮູບຮ່າງ:
ກົມ, ແບນ, ແພບ, ມົນ, ແປ, ສູງ, ຕໍ່າ,...
4. ບອກສີ:
ແດງ, ຂາວ, ດໍາ, ເຫຼືອງ, ຟ້າ, ຂຽວ, ຂາວ,ອອນ,ສົ້ມ,...
5. ບອກສຽງ:
ຄ່ອຍ, ແຮງ, ດັງ, ມ່ວນ, ແຫບ, ແຫຼມ, ທຸມ,..
6. ບອກກິ່ນ:
ຫອມ, ຂິວ, ເໝັນ, ຄາວ, ກຸຍ,...
7. ບອກລົດຊາດ:
ເຄັມ, ເຜັດ, ຫວານ, ນົວ, ສົ້ມ, ຈາງ, ເຝື່ອນ, ຮຶນ, ຂົມ, ຝາດ, ແຊບ,...
8. ບອກຄວາມຮູ້ສຶກ(ສໍາຜັດ): ອຸ່ນ, ຮ້ອນ, ໜາວ,ເຢັນ, ມື່ນ, ຄ້າຍ,ຊາ...
9. ບອກອາການ:ໄວ, ຊາ, ເກັ່ງ, ສະຫຼາດ, ໂງ່, ໝັ່ນ, ຄ້ານ, ຈົບ, ຄ່ອງ,...
10. ບອກເວລາ:
ເຊົ້າ, ສວາຍ, ບ່າຍ, ຄໍ່າ, ເຫິງ, ນານ, ກ່ອນ, ລຸນ, ຫຼັງ, ໃໝ່, ບູຮານ, ປັດຈຸບັນ,
ມື້ກ່ອນ, ມື້ຊືນ, ມື້ວານ, ມື້ນີ້, ມື້ອື່ນ, ມື້ຮື, ມື້ໜຶ່ງ, ອາທິດກ່ອນ, ອາທິດແລ້ວ,
ອາທິດນີ້, ອາທິດໜ້າ, ເດືອນກອນ, ເດືອນແລ້ວ, ເດືອນນີ້, ເດືອນໜ້າ, ປີກ່ອນ, ປີກາຍ,
ປີນີ້, ປີໜ້າ, ດຽວນີ້, ບັດນີ້, ບັດດຽວ, ບັດນັ້ນ, ເມື່ອ, ຄັນເມື່ອ, ເມື່ອນັ້ນ,
ແຕ່ນັ້ນ, ຍາມໜຶ່ງ, ກາລະນັ້ນ, ກ່ອນ, ພາຍລຸນ, ຕະຫຼອດ...
11. ບອກສະຖານທີ່:
ໄກ,ໃກ້, ຊິດ, ເໜືອ, ໃຕ້, ລຸ່ມ, ເທິງ, ສູງ, ຕໍ່າ, ເບື້ອງຂວາ, ເບື້ອງຊ້າຍ, ນອກ, ໃນ,
ແຄມ, ແປະ, ຈົນ, ຂອກ, ກາງ, ປ່ຽວ, ຫ່າງ...
12. ບອກຈໍານວນ:
ໜຶ່ງ, ສອງ, ສາມ, ສີ່, ຫ້າ, ຫົກ, ເຈັດ, ແປດ, ເກົ້າ, ສູນ, ທີ່ໜຶ່ງ, ທີ່ສອງ, ທີ່ສາມ,
ທີ່ສີ່,ຫຼາຍ, ໜ້ອຍ, ມາກ, ນ້ອຍ, ເຫຼືອ, ໂພດ, ເກີນ, ກວ່າ, ກາຍ, ຫຼວງຫຼາຍ, ໜັກໜາ,
ຄົບຖ້ວນ, ທຸກ, ບັນດາ, ທັງໝົດ, ທັງປວງ, ຕ່າງໆ, ນາໆ, ຖືກ, ແພງ...
13. ບອກຄວາມຢຶນຢັນ:
ນັ້ນ, ນີ້, ພີ້, ພຸ້ນ, ຫັ້ນ, ຈິງ, ແທ້, ແນ່, ຄັກ, ແນ່ນອນ, ອີ່ຫຼີ, ເດັດດ່ຽວ,
ເດັດຂາດ, ໂລດ, ດອກ, ເອງ...
14. ບອກຄວາມສົງໄສ:
ຢ່າງໃດ, ຈັ່ງໃດ, ແນວໃດ, ເຫດໃດ, ອັນໃດ, ທີໃດ, ໃສ, ໃຜ, ຜູ້ໃດ, ຄົນໃດ,
ຢ່າງໃດຢ່າງໜຶ່ງ,...
15. ບອກຄວາມບໍ່ແນ່ນອນ:
ຢ່າງໃດ, ທໍ່ໃດ, ຈັ່ງໃດ...
16. ບອກການປະຕິເສດ:
ບໍ່, ມິ, ມິໃຊ່, ບໍ່ໃຊ່, ຢ່າ, ອຶ, ຢ່າໄດ້, ຢ່າຟ້າວ, ຢ່າຮ່າວ,...
17. ບອກຄຳຮັບຂານ:
ເອີ, ອື, ເຈົ້າ, ແມ່ນ, ໄດ້, ມີ, ຢູ່, ໂດຍ, ຂ້ານ້ອຍ,...
18. ບອກຄວາມສຳພັນ:
ທີ່, ຜູ້, ຕົວ, ເຊິ່ງ, ອັນ,...
ອ້າງອີງຈາກປຶ້ມໄວຍາກອນລາວຂອງທ່ານພູມີວົງວິຈິດປິ2000

ความคิดเห็น
แสดงความคิดเห็น