ຄວາມໝາຍ ແລະ ຊະນິດຂອງຄໍາໃນພາສາລາວ

                                                                                


ຄຳໃນພາສາລາວ ໄດ້ແບ່ງອອກເປັນ4ຊະນິດຄື:

1.ຄຳເຄົ້າ 

     ແມ່ນຄຳຕົ້ນຕໍ່ ຫຼື ຄຳທີ່ມີຄວາມໝາຍໃນຕົວຈິງມັນມາແຕ່ດັ້ງເດີມທີ່ຍັງບໍ່ທັນໄດ້ປະສົມກັບຄຳອື່ນ.ຄຳເຄົ້າໃນພາສາລາວມີ ສອງຈຳພວກຄື:

- ຄຳເຄົ້າລາວເດີມ:  ແມ່ນສ່ວນຫຼາຍຈະເປັນຄຳໂດດ ຫຼື ຄຳພະຍາງດຽວເຊັ່ນ: ດິນນ້ຳລົມໄຟ, ພໍ່,ແມ່, ອ້າຍ, ນ້ອງ, ໄປ, ຍ່າງ,ກິນ...

- ຄຳເຄົ້າທີ່ຢືມມາຈາກພາສາອື່ນ: ສ່ວນຫຼາຍຈະເປັນຄຳຫຼາຍພະຍາງເຊິ່ງປະເທດລາວຮັບຄໍາຈາກຫຼາຍພາສາເຊັ່ນ: ພາສາປາລີ, ພາສາສັນສະກິດ, ພາສາຂະແມ, ພາສາໄທ, ພາສາຫວຽດ, ພາສາຈີນ, ພາສາຝຣັ່ງ, ພາສາອັງກິດ, ພາສາມອນ....

2.ຄຳປະສົມ 

    ແມ່ນຄຳທີ່ໄດ້ມາຈາກການເອົາຫຼາຍໆຄຳໂຮມເຂົ້າກັນ ເພື່ອສ້າງເປັນຄຳໃໝ່.

+ການປະສົມຄໍາລະຫວ່າງຄໍາເຄົ້າດ້ວຍກັນ

 ຕົວຢ່າງ: ຫ້ອງ+ຮຽນ= ຫ້ອງຮຽນ

                            - ໄຟ+ຟ້າ= ໄຟຟ້າ

                            - ຫູ +ໜູ  = ຫູໜູ

+ ການປະສົມຄໍາລະຫວ່າງຄໍາເຄົ້າກັບຄໍາປະສົມ

ຕົວຢ່າງ: - ຫ້ອງ+ ທົດລອງ ຫ້ອງທົດລອງ

              - ໂຮງ + ສີເຂົ້າ= ໂຮງສີເຂົ້າ

             - ໄຫ + ປາແດກ=ໄຫປາແດກ

+ການປະສົມຄໍາລະຫວ່າງຄໍາປະສົມກັບຄໍາເຄົ້າ

  ຕົວຢ່າງ: - ໂຮງງານ+ ເກີບ = ໂຮງງານເກີບ

                 - ດອກໄມ້+ ແດງ=ດອກໄມ້ແດງ

                 - ນໍ້າຕານ+ ຊາຍ= ນໍ້າຕານຊາຍ

+ ການປະສົມຄໍາລະຫວ່າງຄໍາປະສົມກັບຄໍາປະສົມ

 ຕົວຢ່າງ: - ສິນຄ້າ+ຂາເຂົ້າ= ສິນຄ້າຂາເຂົ້າ

              - ຫໍພັກ ຄູອາຈານ = ຫໍພັກຄູອາຈານ

3.ຄຳສະໝາດ 

    ແມ່ນການເອົາຄຳເຄົ້າທີ່ມາຈາກພາສາບາລີ-ສັນສະກິດຕັ້ງແຕ່ສອງຄຳຂຶ້ນໄປຕໍ່ກັນໃຫ້ເປັນຄຳດຽວ.

ຕົວຢ່າງ: - ກຳມະ+ກອນ=ກຳມະກອນ

              - ວິທະຍາ+ສາດ=ວິທະຍາສາດ

               - ເອກະ+ພາບ= ເອກະພາບ

               - ກະວີ +ນິພົນ =ກະວິນິພົນ

               - ລັດຖະ +ບານ = ລັດຖະບານ

               - ມິດຕະ + ພາບ =ມິດຕະພາບ

               - ອັກຄີ + ໄພ =ອັກຄີໄພ

4.ຄຳສົນທິ 

    ໝາຍເຖິິງ ການຕໍ່ ຫຼື ເຊື່ອມຄຳ ຂອງພາສາບາລີ-ສັນສະກິດໂດຍວິທີການຕັດຕົວອັກສອນໃຫ້ສັ້ນເຂົ້າ ເພື່ອໃຫ້ໄດ້ຄວາມໝາຍທີ່ສົມບູນ.

+ ສໍາລັບຄໍາທີ່ມີສະຫຼະໜ້າເປັນອະ ຫຼື ອາ

ຕົວຢ່າງ: -ມະຫາ+ອັນຕະລາຍ=ມະຫັນຕະລາຍ

             -ມະຫາ+ອິສິ= ມາເຫສີ

             -ມະຫາ+ໂອສົດ= ມະໂຫສົດ

+ສໍາລັບຄໍາທີ່ມີສະຫຼະໜ້າເປັນອິ ຫຼື ອິ

ຕົວຢ່າງ: - ມຸນິເປັນ+ອິນທະ =ມຸນິນທະ

             - ທໍລະນີ +ທໍລະນີນທະ= ທໍລະນິນ 

ສໍາລັບຄໍາທີ່ມີສະຫຼະໜ້າເປັນ ອຸ ຫຼື ອູ

ຕົວຢ່າງ: - ຄຸຣຸ +ອຸປະຖໍາ= ຄຸຣຸປະຖໍາ

              - ຄຸຣຸ+ ອຸປະເທດ= ຄຸຣຸປະເທດ

ອ້າງອີງຈາກປຶ້ມພາສາລາວຊັ້ນມ6 2016

ความคิดเห็น