ຄຳສົນທິ
ໝາຍເຖິງ ການຕໍ່ ຫຼື ເຊື່ອມຄຳ
ຂອງພາສາບາລີ-ສັນສະກິດໂດຍວິທີການແປງຕົວອັກສອນໃຫ້ສັ້ນເຂົ້າ
ເພື່ອໃຫ້ໄດ້ຄວາມໝາຍທີ່ສົມບູນກວ່າ.
1. ສໍາລັບຄໍາທີ່ມີສະຫຼະໜ້າເປັນ x ະ ຫຼື xາ
+ ຖະສະຫຼະໜ້າເປັນ x ະ ຫຼື xາ ແລະ ສະຫຼະຫຼັງເປັນ x ະ ຫຼື xາ ໃຫ້ໂຮມກັນເປັນ xາ.
ຕົວຢ່າງ:
- ທູຕາ+ ອະນຸທູດ =ທຸຕານຸທູດ (ພວກທູດ, ທູດຜູ້ນ້ອຍ, ທູດຜູ້ໃຫຍ່).
- ມະຫາ+ ອະນິສົງ =ມະຫານິສົງ (
ຜົນແຫ່ງບຸນອັນໃຫຍ່ຫຼວງ)
+ ຖະສະຫຼະໜ້າເປັນ x ະ ຫຼື xາ ແລະ ສະຫຼະຫຼັງເປັນ xັ ໃຫ້ໂຮມກັນເປັນ xັ.
ຕົວຢ່າງ:
- ມະຫາ+ອັນຕະລາຍ=ມະຫັນຕະລາຍ(ເຫດທີ່ພາໃຫ້ເກີດຄວາມເສຍຫາຍອັນໃຫຍ່ຫຼວງ)
- ມະຫາ+ອັດສະຈັນ=ມະຫັດສະຈັນ (ງຶດງໍ້ຫຼາຍ, ເຫຼືອເຊື່ອ)
+ ຖະສະຫຼະໜ້າເປັນ x ະ ຫຼື xາ ແລະ ສະຫຼະຫຼັງເປັນ xິ ຫຼື xີ ໃຫ້ໂຮມກັນເປັນ xິ, xິ ຫຼື ເx.
ຕົວຢ່າງ:
- ມະຫາ+ອິສິ= ມາເຫສີ
(ເມຍຫຼວງຂອງເຈົ້າຊີວິດ)
- ນະຣະ+ອິນທະ= ນໍລິນທະ (ພະເຈົ້າແຜ່ນດິນ)
+ ຖະສະຫຼະໜ້າເປັນ x ະ ຫຼື xາ ແລະ ສະຫຼະຫຼັງເປັນ xຸ xູ ໃຫ້ໂຮມກັນເປັນ x ຸxູ ຫຼື ໂx.
ຕົວຢ່າງ:
- ຍຸດທະ+ອຸບາຍ=ຍຸດໂທບາຍ(ວິທີແຫ່ງການຮົບ)
- ກະລະ+ອຸບາຍ= ກະໂລບາຍ(ວິທີທີ່ສະຫຼາດ)
+ ຖະສະຫຼະໜ້າເປັນ x ະ ຫຼື xາ ແລະ ສະຫຼະຫຼັງເປັນ ເx ໂx ໄx ຫຼື ເxົາ ໃຫ້ໂຮມກັນເປັນ ເx ໂx ໄx ຫຼື ເxົາ.
- ມະຫາ+ໂອສົດ= ມະໂຫສົດ(ຢາດີ,ຢາວິເສດ)
- ມະຫາ+ໂອລານ=ມະໂຫລານ(ຄວາມມ່ວນຊື່ນອັນຍິ່ງໃຫຍ່)
2. 2.ສໍາລັບຄໍາທີ່ມີສະຫຼະໜ້າເປັນອິ ຫຼື ອິ
+ ຖະສະຫຼະໜ້າເປັນ xິ ຫຼື xີ ແລະ ສະຫຼະຫຼັງເປັນ xິ ຫຼື xີ ໃຫ້ໂຮມກັນເປັນ xິ ຫຼື xີ
ຕົວຢ່າງ:
- ມຸນິເປັນ+ອິນທະ =ມຸນິນທະ (ນັກປາດ, ຜູ້ເປັນໃຫຍ່ໃນຄວາມຮູ້)
+ ຖະສະຫຼະຫຼັງເປັນສະຫຼະອື່ນນອກຈາກ xິ ຫຼື xີ ໃຫ້ເປັນ xິ ຫຼື xີ ເປັນຕົວ ຍ
ເມື່ອແປງແລ້ວຈຶ່ງຕໍ່ເຂົ້າກັນ
ຕົວຢ່າງ:
- ຣັດຕີ ປ່ຽນເປັນ ຣັດຕະຍະ+ ໂອພາດ=
ລັດຕະຍະໂອພາດ (ແສງສະຫວ່າງໃນຍາມກາງຄືນ)
- ອັກຄີ ປ່ຽນເປັນ ອັກຄະຍະ+ອາຄານ=
ອັກຄະຍາຄານ(ເຮືອນໄຟ)
-
3. ສໍາລັບຄໍາທີ່ມີສະຫຼະໜ້າເປັນ xຸ ຫຼື xູ
+ຖ້າສະຫຼະໜ້າເປັນ xຸ ຫຼື xູ ແລະ ສະຫຼະຫຼັງເປັນ xຸ ຫຼື xູ ໃຫ້ໂຮມເຂົ້າກັນເປັນ xຸ ຫຼື xູ.
ຕົວຢ່າງ:
- ຄຸຣຸ +ອຸປະຖໍາ= ຄຸລູປະຖໍາ (ການເບິ່ງແຍງຂອງຄູອາຈານ)
- ຄຸຣຸ+ ອຸປະເທດ= ຄຸລູປະເທດ (ຜູ້ທີ່ເຂົ້າໄປໄກ, ຜູ້ສົນໃຈຖາມຄູ)
+ ຖະສະຫຼະຫຼັງເປັນສະຫຼະອື່ນນອກຈາກ xຸ ຫຼື xູ ໃຫ້ແປງ xຸ ຫຼື x ຂ້າງໜ້າເປັນຕົວ ວ.
ຕົວຢ່າງ:
- ທະນຸ ປ່ຽນເປັນ ທັນວະ+ອາຄົມ= ທັນວາຄົມ (ເດືອນສິບສອງ)
ອ້າງຈາກປຶ້ມພາສາລາວມ6
ແລະ ໄວຍາກອນລາວ
ความคิดเห็น
แสดงความคิดเห็น