ຄວາມໝາຍ ແລະ ປະເພດວັນນະຄະດີ

                                              

     

ຄວາມໝາຍ ແລະ ປະເພດວັນນະຄະດີ

    ຄຳວ່າ"ວັນນະຄະດີ"ແມ່ນໄດ້ມາຈາກສອງຄຳທີ່ໄດ້ມາຈາກພາສາປາລີຄື: ວັນນະແປວ່າ: ສີສັນ,ປະເພດ... ຄະຕິ ແປວ່າ:ຄະດີເລື່ອງ,ເຫດການຕ່າງໆທີ່ເກີດຂຶ້ນ ແລ້ວເອົາສອງຄຳນີ້ມາສົນທິກັນ ຈຶ່ງໄດ້ຄຳວ່າ: "ວັນນະຄະດີ"

    ໃນວັດຈະນານຸກົມພາສາລາວໄດ້ໃຫ້ຄວາມໝາຍຂອງວັນນະຄະດີວ່າ ແມ່ນ ທາງຂອງໜັງສື ,ເລື່ອງຂອງໜັງສື ທີ່ໄດ້ຮັບການຍົກຍ້ອງວາດີ.

    ໃນທາງວັນນະຄະດີໄດ້ເວົ້າວ່າ ວັນນະຄະດີແມ່ນ ເລື່ອງລາວທີ່ແຕ່ງຂຶ້້້ນມາເພື່ອເປັນອາວຸດທີ່ແຫຼມຄົມ ແລະ ໂຈມຕີພວກສັກດີນາ,ພວກນາຍທຶນ.

    ໃນທາງ ປະຫວັດສາດ ,ວັນນະຄະດີໝາຍເຖິງ ໜັງສືບົດເລື່ອງຕ່າງໆທີ່ບັນທຶກເຫດການໆປະຫວັດສາດໃນແຕ່ລະໄລຍະ.

    ສະຫຼຸບ:ວັນນະຄະດີ ໝາຍເຖິິງໜັງສືບົດເລື່ອງຕ່າງທີ່ບັນທຶກເຫດການປະຫວັດສາດໃນແຕ່ລະໄລຍະແຕ່ງຂຶ້ນມາເພື່ອເປັນອາວຸດທີ່ແຫຼມຄົມໃນການຕໍ່ສູ້ສັງຄົມ ແລະ ເປັນເລື່ອງຂອງໜັງສືທີ່ໄດ້ຮັບການຍົກຍ້ອງວ່າດີທີ່ສຸດ.

        ວັນນະຄະດີລາວແບ່ງອອກເປັນ 3 ປະເພດຄື:

1.    1. ວັນນະຄະດີພື້ນເມືອງລາວ

        ແມ່ນວັນນະຄະດີທີ່ກໍາເນີດເກີດຂຶ້ນຕັ້ງແຕ່ຍັງບໍ່ທັນມີຕົວໜັງສືລາວ ເຊິ່ງແມ່ນປະຊາຊົນຊາວຜູ້ອອກແຮງງານລາວເປັນຜູ້ແຕ່ງ. 

                ວັນນະຄະດີພື້ນເມືອງລາວມີ 3 ປະເພດຄື: 

             - ວັນນະຄະດີລາວປະເພດຄໍາຮ້ອຍແກ້ວມີ: ເທບນິຍາຍ, ພື້ນສືບ, ນິທານອັດສະຈັນ, ນິທານຊວນຫົວ, ນິທານສັດ.

            ວັນນະຄະດີປະເພດຄໍາຮ້ອຍກອງມີຄື: ຄໍາໂສກ, ຄໍາໂອມ, ຄໍາທວາຍ, ຄໍາສຸພາສິດ, ຄໍາຜະຫຍາ, ຂັບ-ລໍາ-ເຊີ້ງ, 

                 - ວັນນະຄະດີປະເພດການສະແດງເທິງເວທີ (ການສະແດງພື້ນເມືອງ) ມີຄື: ລໍາເລື່ອງ, ລະຄອນກ້ອມ.

     2. ວັນນະຄະດີຂຽນສະໄໝອານາຈັກລາວລ້ານຊ້າງ

         ແມ່ນໄລຍະແຫ່ງການກໍາເນີດມີພາສາວັນນະຄະດີ ແລະ ຕົວໜັງສືລາວສື.                     ວັນນະຄະດີຂຽນສະໄໝອານາຈັກລາວລ້ານຊ້າງ ມີ 2 ໄລຍະຄື:

      + ວັນນະຄະດີສະໄໝອານະຈັກລາວລ້ານຊ້າງຈະເລີນຮຸ່ງເຮືອງໄດ້ກໍາເນີດວັນນະຄະດີຂຽນ 4 ປະເພດຄື:

             - ວັນນະຄະດີປະຫວັດສາດ.

            -  ວັນນະຄະດີສາສະໜາ

             - ວັນນະຄະດີຄໍາສອນ 

             -  ກະວີນິຍາຍ 

       + ວັນນະຄະດີສະໄໝອານາຈັກລາວລ້ານຊ້າງສະໄໝຊຸດໂຊມມີຄື:ເລື່ອງ ຊ້ຽງໝ້ຽງ, ສານລຶບພະສູນ, ກາບເມືອງພວນ.

3.   3.  ວັນນະຄະດີປັດຈຸບັນ (ສະໄໝໃໝ່)  ໄດ້ກໍາເນີດ ແລະ ຂະຫຍາຍຕົວ 3 ໄລຍະຄື:

 ປີ1893-1954 ຈັກກະພັດຝຣັ່ງເຂົ້າມາຮຸກຮານ

 -  ກະແສວັນນະຄະດີເພີນຈິດ

 - ກະແສວັນນະຄະດີຮັກຊາດ

+  ປີ 1955-1975 ຈັກກະພັດອາເມລິກາເຂົ້າມາຮຸກຮານ

   - ວັນນະຄະດີເຂດສັດຕູຄວບຄຸມຊົ່ວຄາວ

 -  ວັນນະຄະດີປະຕິວັດ

         + ປີ1976-ປັດຈຸບັນ (ສ້າງສາ ແລະ ພັດທະນາປະເທດຊາດ)
           - ວັນນະຄະດີປະເພດຄໍາຮ້ອຍກອງ
           - ວັນນະຄະດີປະເພດຄໍາຮ້ອຍແກ້ວ
           - ວັນນະຄະດີປະເພດລະຄອນ
ອ້າງອີງຈາກປຶ້ມວັນນະຄະດີລາວຂອງ ສດຈ.ດຣ ບໍ່ແສງຄໍາ ວົງດາລາ

ความคิดเห็น