ຄວາມໝາຍ , ຊະນິດ ແລະ ໜ້າທີ່ຂອງຄໍາແທນນາມ

       


        ຄໍາແທນນາມ 

    ແມ່ນຄໍາທີ່ແທນໃຊ້ຊື່ຂອງຄົນ, ສັດ ແລະ ວັດຖຸສິ່ງຕ່າງໆ ເພື່ອບໍ່ໃຫ້ລຶ້ມຄືນຄໍາເກົ່າເຊັ່ນ: ຂ້ອຍ, ເຈົ້າ, ລາວ, ເພິ່ນ, ພວກເຮົາ, ພວກເຂົາ, ພວກເຈົ້າ...

    ຄໍາແທນນາມແບ່ງອອກເປັນ 2 ຊະນິດ ຄື:

1. ຄໍາແທນນາມບອກບຸລຸດ

- ບອກບຸລຸດທີ1ຄື: ຂ້ອຍ, ຂ້າພະເຈົ້າ, ພວກເຮົາ, ກູ, ພວກຂ້າພະເຈົ້າ...

  ຕົວຢ່າງ: ຂ້ອຍມັກນົກ, ພວກເຮົາຂີ້ຄ້ານ, ພວກຂ້າພະເຈົ້າຮູ້ແລ້ວ, ກູຂີ້ຕົວະ....

- ບອກບຸລຸດທີ 2 ຄຶ: ເຈົ້າ, ທ່ານ, ມຶງ, ພວກມຶງ, ພວກເຈົ້າ, ພວກທ່ານ...

ຕົວຢ່າງ: ເຈົ້າກະຮູ້ດີ, ທ່ານຄືຜູ້ມີບຸນຄຸນກັບເຮົາ, ພວກເຈົ້າໄປໄດ້ແລ້ວ...

- ບອກບຸລຸດທີ3 ຄື: ເພິ່ນ, ລາວ, ເຂົາ, ມັນ, ພວກເຂົາ, ພວກມັນ...

ຕົວຢ່າງ: ລາວມັກເຈົ້າ, ພວກເຂົາບໍ່ໄດ້ມາ, ເຂົາເຈັບຕີນ...

2. ຄໍາແທນນາມບອກຄຸນນາມ ເຊິ່ງປະກອບມີ 5 ຢ່າງຄື:

 +ໃຊ້ແທນຕົວໂດຍກົງເຊັ່ນ: ຕົວ, ຜູ້, ເຊິ່ງ, ທີ່, ອັນ...

  ຕົວຢ່າງ: - ຂ້ອຍມັກມ້າຕົວແລ່ນໄວ.

               - ເພິ່ນມັກຄົນຜູ້ເວົ້າມ່ວນ.

               - ເຂົາກ່ຽວເຂົ້າທີ່ສຸກແລ້ວ.

               - ເຂົາເຈົ້າເຮັດນາເຊິ່ງເຈົ້າຂອງບໍ່ເຮັດ.

              - ເຮົາຢາກນຸ່ງເຄື່ອງອັນງາມ.

+ໃຊ້ເປັນຄໍາຖາມເຊັ່ນ: ໃຜ, ຜູ້ໃດ, ຢູ່ໃສ, ອັນໃດ, ແມ່ນຫຍັງ? 

ຕົວຢ່າງ:- ໃຜກິນເຂົ້າໜຽວ?

            - ອັນໃດແມ່ນຂອງເຈົ້າ?

            - ຜູ້ໃດມາເດ?

            - ລາວຢູ່ໃສ?

            - ແມ່ນຫຍັງ?

+ໃຊ້ແທນນາມເຊັ່ນ: ລາງ, ບາງ, ບ່າງພ່ອງ, ຕ່າງ, ກັນ...

 ຕົວຢ່າງ: - ໃນໂຮງຮຽນບາງຄົນຮຽນໜັງສື, ບາງຄົນຫຼິ້ນເກມ.

              - ນາງແກ້ວບາງພ່ອງຟ້ອນ, ບາງພ່ອງຮ້ອງເພງ.

             - ເຂົາທັງສອງຄົນຕ່າງກໍຮັກກັນ.

             - ເຂົາສອງຄົນຕີກັນ .

+ໃຊ້ແທນຄໍານາມທີ່ຊີ້ໃຫ້ເຫັນເຊັ່ນ: ນີ້, ນັ້ນ, ຫັ້ນ, ພຸ້ນ, ພີ້...

  ຕົວຢ່າງ: - ນີ້ແມ່ນແຟນຂ້ອຍ.

               - ນັ້ນແມ່ນຜູ້ບ່າວ.

               - ຫັ້ນຂອງເຈົ້າ.

               - ພຸ້ນແມ່ນປະຕູໄຊ.

              - ມາພີ.

+ໃຊ້ແທນຄໍານາມທີ່ບໍ່ມີກໍານົດແນ່ນອນ

  ຕົວຢ່າງ: - ຄໍາວ່າຮັກຜູ້ໃດກໍເວົ້າໄດ້

               - ໃຜກໍເຮັດໄດ້.

              - ຈະຢູ່ໃສກໍຕາມ.

             - ເອົາຈັ່ງໃດກະໄດ້.

3. ໜ້າທີ່ຂອງຄໍາແທນນາມ

- ຄໍາແທນນາມເຮັດໜ້າທີ່ເປັນຄໍາຕົວຕັ້ງ.

ຕົວຢ່າງ: ຂ້ອຍມັກໝາ, ລາວມັກແມວ, ເຂົາບໍ່ໄດ້ມັກປາ....

- ຄໍາແທນນາມເຮັດໜ້າທີ່ເປັນຄໍາປະກອບ.

ຕົວຢ່າງ: ແກ້ວຕາບອກຂ້ອຍ, ຂ້ອຍຮັກລາວ, ພວກເຮົາບໍ່ໄດ້ຊັງເຈົ້າ...

 ເອກະສານອ້າງອີງ: ປຶ້ມພາສາລາວຊັ້ນມ2(2012), ປຶ້ມໄວຍາກອນລາວ 1991

ความคิดเห็น