ຄວາມໝາຍ, ຊະນິດ ແລະ ປະເພດຂອງວະລີ

 



ຄວາມໝາຍວະລີ 

ແມ່ນໝວດຄໍາ ຫຼື ໝູ່ຄໍາໃນພາສາລາວຕັ້ງແຕ່ສອງຄໍາຂຶ້ນໄປ ແຕ່ສອງຄໍານັ້ນມີຄວາມໝາຍອັນລະຢ່າງເຊັ່ນ: ໂຮງຮຽນສາຍຝົນຄະນະອໍານວຍການໂຮງຮຽນໜ້າຊື່ໃຈຄົດ,...

ວະລີມີ 2 ຊະນິດຄື:

ວະລີຄົງຕົ

 ແມ່ນສໍານວນຄໍາເວົ້າທີ່ມີມາແຕ່ດົນນານ, ຜ່ານປະຫວັດສາດຫຼາຍໄລຍະທີ່ແຕກຕ່າງກັນ.ມັງຄົງຕົວທາງດ້ານເນື້ອໃນ ແລະ ຮູບການ.

ຕົວຢ່າງ:

       -    ເສນາໝາກຂີ້ກາ

-      ໜ້າຊື່ໃຈຄົດ

-      ຈັບປາສອງມື

-       ສຸກກ່ອນເຫີ່ມ

-        ໝາຍຄວາມວ່າ

-        ເພາະສະນັ້ນ

-     ເພັດໃນຕົມ

-      ຄົມໃນຝັກ

-      ປາກຫວານກົ້ນສົ້ມ

ວະລີເສລີ 

ແມ່ນໝວດຄໍາທີ່ມີສາຍສໍາພັນນໍາກັນຊົ່ວຄາວ ຕາມຫຼັກການວາກະຍະສໍາພັນຕັ້ງແຕ່ສອງຄໍາຂຶ້ນໄປ.

ຕົວຢ່າງ: ຕູ້ລໍາໂພງ, ຄະນະສຶກສາສາດເສື້ອສີແດງຈອກແກ້ວ, ໂຮງຮຽນສຍຝົນ, ບ້ານດົງໂດກ...

 ວະລີມີ 7 ປະເພດ ຄື:

ຄໍານາມວະລີ ແມ່ນໝວດຄໍາທີ່ມີຄໍານາມຢູ່ຕໍ່ໜ້າ.

ຕົວຢ່າງ:

-          ຖະໜົນໄກສອນພົມວິຫານ

-          ຜູ້ນໍາການປະຕິວັດ

-          ຄະນະຫ້ອງມ7

-          ກະຊວງການເງິນ

ຄໍາແທນນາມວະລີ ແມ່ນໝວດຄໍາທີ່ມີຄໍານາມຢູ່ຕໍ່ໜ້າ.

ຕົວຢ່າງ:

-          ຂ້ອຍເອງ

-          ເຈົ້ານີ້ເອງ

-          ພວກເຂົາທັງຫຼາຍ

ຄໍາກໍາມະວະລີ ແມ່ນໝວດຄໍາທີ່ມີຄໍາກໍາມະຢູ່ໜ້າ.

ຕົວຢ່າງ:

-          ຍ່າງໄປ

-          ນອນຫຼິ້ນ

-          ໄປນອນ

ຄໍາຄຸນນາມວະລີ ແມ່ນ ໝວດຄໍາທີ່ມີຄໍາຄຸນນາມຢູ່ຕໍ່ໜ້າ.

ຕົວຢ່າງ:

-          ສຸພາບອ່ອນຫວານ

-          ດີແທ້ໆ

-          ໂງ່ຈ້າຫຼ້າຫຼັງ

ຄໍາເຊື່ອມວະລີ ແມ່ນໝວດຄໍາທີ່ມີຄໍາເຊື່ອຢູ່ຕໍ່ໜ້າ.

ຕົວຢ່າງ:

-          ເຊັ່ນດຽວກັນ

-          ຈົນກະທັ້ງ

-          ຈົນກວ່າ

ຄໍາຕໍ່ວະລີ ແມ່ນໝວດຄໍາທີ່ມີຄໍາຕໍ່ຢູ່ຕໍ່ໜ້າ.

ຕົວຢ່າງ:

-          ເພາະວ່າ

-          ຍ້ອນວ່າ

-          ປານກັບວ່າ

ຄໍາອຸທານວະລີ ແມ່ນໝວດຄໍາທີ່ມີຄໍາອຸທານຢູ່ຕໍ່ໜ້າ.

ຕົວຢ່າງ:

-          ອະນິດຈາເອີຍ!

-          ຟ້າເອີຍ!

-          ເຈົ້າເອີຍ!


ອ້າງອີງຈາກປຶ້ມພາສາລາວຊັ້ນມ5(2015)

 

 

 

 

 

 

ความคิดเห็น