ຄວາມໝາຍ ແລະ ຊະນິດຂອງຄໍານາມ

   


    ຄຳນາມ 

      ແມ່ນຄຳທີ່ກ່າວເຖິງຊື່ຂອງຄົນ, ສັດ ຫຼື ວັດຖຸສິ່ງຂອງທັງຫຼາຍ

.ຄຳນາມແບ່ງອອກເປັນ5ຊະນິດຄື:

1.ສາມັນນາມ: ແມ່ນຊື່ທຳມະດາຂອງຄົນ,ສັດ ຫຼື ສິ່ງຂອງທີ່ເອີ້ນລວມກັນທົ່ວໄປໄດ້ເຊັ່ນ: ນາຍຄູ, ນາແສງ, ສຳນັກງານ, ໂຮງຮຽນປຶ້ມ, ສໍ, ລົດເຮືອນ, ນັກຮຽນ, ອາຈານ..

2.ວິສາມັນນາມ ແມ່ນຊື່ທີ່ເວົ້າສະເພາະຊີ້ບອກບຸກຄົນ, ສັດ, ສິ່ງຂອງທີ່ເອີ້ນສະເພາະເຊັ່ນ: ປະເທດລາວ ,ແຂວງໄຊສົມບູນ, ນົກແກ້ວ,ນາງສົມສີ, ຈີນ, ດາວສຸກ, ສິນໄຊ,...

3.ສະມຸຫະນາມ ແມ່ນຄໍາທີ່ຊີ້ບອກໝວດ, ໝູ່ ,ຄະນະ , ວົງ, ກະຊວງ, ກອງ, ພັກ, ຄະນະສຶກສາສາດ, ບໍລິສັດ ເຊັ່ນ:ໝູ່ນັກຮຽນ ,ກອງທະຫານບົກ ,ພັກຄອມມູນິດ ,ກະຊວງການຕ່າງປະເທດ,ສະໂມສອນຊ້າງນ້ອຍ...

4.ລັກສະນະນາມ ແມ່ນຄຳຮຽກທີ່ໃຊ້ສະເພາະແຕ່ລະຄຳນາມຕາມລັກສະນະຂອງມັນເຊັ່ນ: ພະອົງ,ຕົນ,ຄົນ,ໂຕ,ຕົວ,ເສັ້ນ,ລຳ,ຫຼັງ,ໜ່ວຍ,ຄັນ,ຜືນ,ໃບ,ພູດ,ກ້ອນ,ກອງ,ເມັດ,ດາງ,ເຫຼັ້ມ,

ແຜ່ນ,ຮວງ,ຕົ້ນ, ກີບເຊັ່ນ: ຈອກ 1 ໜ່ວຍ, ຕົ້ນມ່ວງ 5 ຕົ້ນ, ໂສ້ງ 2 ຜື້ນ, ເຈ້ຍ 7 ໃບ...

5.ອາການນາມ ແມ່ນຄຳນາມທີ່ໄດ້ມາຈາກຄຳກຳມະ ແລະ ຄຳຄູນນາມດ້ວຍວິທີການເອົາຄວາມ ຫຼື ການມາວາງຕິດໃສ່ທາງໜ້າເຊັ່ນ: ການໄປ,ການມາ,ຄວາມຄິດ,ຄວາມຊົ່ວ, ຄວາມສະຫຼາດ...

       ຄໍານາມເຮັດໜ້າທີ່ເປັນຄໍາຕົວຕັ້ງ ແລະ ຄໍາປະກອບ.

ຕົວຢ່າງ: - ນາງສົມສີເປັນນັກຮຽນເກັ່ງ

               - ຂ້ອຍຮັກເມືອງລາວ

ອ້າງອີງຈາກປຶ້ມພາສາລາວຊັ້ນມ2 ແລະ ປຶ້ມໄວຍາກອນລາວປີ 1991

#ຈົ່ງໃຊ້ວິເຄາະວິຈານຢ່າງມີວິຈາລະນາຍານໃນການອ່ານ

ความคิดเห็น