ຕະກຸນໃນພາສາລາວ

 

(ປຶ້ມວັນນະຄະດີລາວ 2009) ປະເທດລາວເປັນປະເທດທີມີຫຼາຍຊົນເຜົ່າ, ຫຼາຍເຜົ່າຊົນ, ຫຼາຍພາສາ. ແຕ່ລະຊົນເຜົ່າກໍມີຮິດຄອງປະເພນີ, ວິຖີຊີວິດ ແລະ ພາສາປາກເວົ້າ, ຂີດຂຽນທີ່ແຕກຕ່າງກັນ.ປະເທດລາວມີ 3 ຊົນເຜົ່າໃຫຍ່ຄື: ເຜົ່າລາວລຸ່ມ, ເຜົ່າກຶມມຸ, ເຜົ່າມົ້ງ. ມີ 50 ເຜົ່າຊົນ ແລະ 4 ຕະກຸນໝວດພາສາດັງນີ້:

-      ໝວດພາສາຕະກຸນລາວ-ໄຕ ມີຄື: ຊົນເຜົ່າລາວ, ໄຕ, ຜູ້ໄທ, ລື້, ຍວນ, ຢັ້ງ, ແຊກ, ໄທເໜືອ.

-    ໝວດພາສາຕະກຸນມອນ-ຂະແມມີຄື: ຊົນເຜົ່າກຶມມຸ, ໄປຣ, ຊິງມູນ, ຜ້ອງ, ແທ່ນ, ເອີດູ, ບິດ, ລະເມດ, ສາມຕ່າວ, ກະຕາງ, ມະກອງ, ຕຣີ, ຢຣຸ, ຕຣຽງ, ຕະໂອ້ຍ, ແຢະ, ເບຣົາ, ກະຕູ, ຮາຣັກ, ໂອຍ, ກຣຽງ, ເຈັງ, ສະດາງ, ຊ່ວຍ, ຍະເຫີນ, ວະລີ, ປະໂກະ, ຂະແມ, ຕຸ້ມ, ງວນ, ມ້ອຍ, ກຣີ, ບຣູ.

-    ໝວດພາສາຕະກຸນມົ້ງ-ອິວມຽນມີຄື: ຊົ້ນເຜົ່າມົ້ງ ແລະ ຊົນເຜົ່າອິວມຽນ.

-    ໝວດພາສາຕະກຸນຈີນຕີເບດມີຄື: ຊົນເຜົາອາຄາ, ພູນ້ອຍ, ລາຫູ, ສີລາ, ຮາຢີ, ໂລໂລ ແລະ ຫໍ້.

ความคิดเห็น