ຄໍາອຸທານ

 ຄວາມໝາຍຂອງຄໍາອຸທານ

      ແມ່ນຄໍາເວົ້າທີ່ເວົ້າອອກມາຈາກຄວາມຮູ້ສຶກຂ້າງໃນຈິດໃຈເຊັ່ນ: ຄວາມຍິນດີ, ຄວາມດີໃຈ, ຄວາມຕື່ນເຕັ້ນ, ຄວາມຕົກໃຈ, ຄວາມປະຫຼາດ, ຄວາມຊົມເຊີຍ, ຄວາມເສຍໃຈ ຫຼື ຄວາມງຶດງໍ້ອັດສະຈັນ.

            ຄໍາອຸທານມີ 2 ຊະນິດຄື:

-    ຄໍາອຸທານທໍາມະດາ: ແນ່, ບະ, ໂອ໊, ໂອ໊ຍ,...

-    ຄໍາອຸທານເພີ່ມທ້າຍ: ລູກເຕົ້າ, ນໍ້າໄນ, ພູຜາ, ເຮືອນຊານ...

ໜ້າທີ່ຂອງຄໍາອຸທານ

1.      1. ຄໍາອຸທານທໍາມະດາ

ມີໜ້າທີ່ສະແດງອາການໃນໃຈໂດຍມີກໍລະນີຕາມແຕ່ຜູ້ເວົ້າຢາກສະແດງອອກ.

+ ສະແດງຄວາມຍິນດີ ແລະ ດີໃຈ

 ຕົວຢ່າງ: - ຂ້ອຍເສັງໄດ້ທີ 1 ໄຊໂຍ!

+ ສະແດງຄວາມປະຫຼາດໃຈ

ຕົວຢ່າງ: - ບ໋າ! ກະດຽວວ່າບອກໄປແລ້ວ

+ ສະແດງຄວາມຕົກໃຈ ຫຼື ຢ້ານກົວ

ຕົວຢ່າງ:   - ໂອ້ຍ! ເກືອບຕາຍ

-    ອຸ໊! ເກືອບຕົກເຮືອນ

2.      2. ຄໍາອຸທານເພີ່ມທ້າຍ

    ມີໜ້າທີ່ຊ່ວຍຄໍາອື່ນ ແລະ ເຮັດໃຫ້ຄໍາອື່ນມີລັກສະນະຕ່າງຈາກເດີມ.

ຕົວຢ່າງ: - ຖະໜົນຫົນທາງ

-    ໄຮ່ນາຕາກ້າ

-    ລູກເຕົ້າເຫຼົ່າກໍ

ອ້າງຈາກປຶ້ມພາສາລາວຊັ້ນມ2 2012 


ความคิดเห็น