ເຄື່ອງໝາຍຈໍາ (.)
ເຄື່ອງໝາຍຈໍ້າ
ໃຊ້ໝາຍບ່ອນໝົດປະໂຫຍກ ຫຼື ໝົດວັກ.. ໝາຍຄວາມວ່າ ເມື່ອເຮົາຂຽນເນື້ອຄວາມ ໝົດປະໂຫຍກໃດໜຶ່ງຕ້ອງໃສ່ໝາຍໄວ້.
ປະໂຫຍກນັ້ນຈະສັ້ນ ຫຼື ຍາວພຽງໃດກໍສຸດແລ້ວແຕ່ຈຸດປະສົງຂອງຜູ້ເວົ້າ.
ການໃຊ້ເຄື່ອງໝາຍຈໍ້າມີລັກສະນະດັ່ງນີ້:
1) ໃຊ້ໝາຍໄວ້ທ້າຍປະໂຫຍກ
ເພື່ອສະແດງວ່າໝົດປະໂຫຍກ ຫຼື ໝົດວັກ.
ຕົວຢ່າງ:
- ມື້ວານນີ້ ຝົນຕົກໝົດມື້.
- ເມື່ອຮອດຕົ້ນລະດູຝົນແລ້ວ, ຊາວນາກໍພາກັນກຽມໄຖ, ຂາດ ແລະ
ອຸປະກອນການເຮັດນາທຸກຢ່າງເພື່ອເຮັດນາປີ.
2) ໃຊ້ໝາຍໄວ້ຫຼັງຕົວອັກສອນ
ຫຼື ຕົວເລກທີ່ບອກລໍາດັບຂໍ້
- ໃຊ້ໝາຍໄວ້ຫຼັງຕົວອັກສອນທີ່ບອກລໍາດັບ.
ຕົວຢ່າງ: ພະຍັນຊະນະດ້ວຍຕົວອັກສອນລາວປະກອບມີ:
ກ. ພະຍັນຊະນະ
ຂ. ສະຫຼະ
ຄ. ວັນນະຍຸດ
- ໃຊ້ໝາຍໄວ້ຫຼັງຕົວເລກທີ່ບອກລໍາດັບຂໍ້
ຕົວຢ່າງ: ການຮັກສາອະນາໄມສາມສະອາດມີ:
1.ກິ່ນ, ດື່ມສະອາດ...
2.ຢູ່ສະອາດ
3.ນຸ່ງຫົ່ມສະອາດ
3) ໃຊ້ໝາຍໄວ້ຫຼັງຕົວອັກສອນເພື່ອສະແຕວ່າແມ່ນຕົວອັກສອນຫຍໍ້
ຕົວຢ່າງ:
- ມ.1 ຄໍາເຕັມແມ່ນ ມັດທະຍົມປີທີ 1.
- ມ.ຊ ຄໍາເຕັມແມ່ນ
ມະຫາວິທະຍາໄລແຫ່ງຊາດ.
- ສ. ປ. ປ. ລາວ ຄໍາເຕັມແມນ ສາທາລະນະລັດ ປະຊາທິປະໄຕ
ປະຊາຊົນລາວ.
4) ໃຊ້ຂັ້ນຈໍານວນເລກນັບຫຼັກຫົວໜ່ວຍໄປເທື່ອລະ
3 ຕົວ.
ຕົວຢ່າງ:
- 20.000 ອ່ານວ່າ ຊາວພັນ.
-
1.000.000 ອ່ານວ່າ ໜຶ່ງລ້ານ.
ความคิดเห็น
แสดงความคิดเห็น