ຄວາມໝາຍຂອງຄໍາຮ້ອຍແກ້ວ
ແມ່ນຄໍາປະພັນທີ່ຂຽນຂຶ້ນເປັນຄໍາເວົ້າທໍາມະດາ
ໂດຍບໍ່ຕ້ອງຫຼັກການສໍາຜັດແຕ່ຢ່າງໃດ.
ປະເພດຄໍາຮ້ອຍແກ້ວ
ມີຫຼາຍປະເພດຄື:
ບົດຄວາມ, ນະວະນິຍາຍ, ເທບນິຍາຍ, ພື້ນສືບ, ນິທານ, ບົວຂ່າວ, ວາລະສານ, ບົດແຈ້ງການ,
ບົດຖະແຫຼງການ, ເລື່ອງສັ້ນ, ບົດວິຈານເຫດການ.
ຄວາມໝາຍຂອງຄໍາຮ້ອຍກອງ
ແມ່ນຄໍາປະພັນທີ່ຂຽນເປັນຄໍາກອນ ໂດຍມີຫຼັກການສໍາຜັດ ແລະ ການກໍານົດຄໍາເອກໂທໃຫ້ຖືກຕ້ອງຕາມໂຄງປະກອບຂອງມັນ.
ປະເພດຄໍາຮ້ອຍກອງ
ມີຫຼາຍປະເພດຄື:
ບົດກາບ, ບົດກອນ, ກອນຜະຫຍາ, ກອນລໍາ, ໂຄງ, ສານ, ຄໍາໂສກ, ຄໍາໂອມ, ຄໍາສຸພາສິດ,
ຄໍາຜະຫຍາ, ບົດກະວີ.
ອ້າງອີງຈາກປຶ້ມພາສາລາວມ2 2021

ความคิดเห็น
แสดงความคิดเห็น