ວະວີ ແລະ ປະໂຫຍກ
ແມ່ນມີຄວາມແຕກຕ່າງກັນຢ່າງສິ້ນເຊີງ:
ວະລີ ແມ່ນຄຳນາມ
ທີ່ຢືມມາຈາກພາສາປາລີເຊິ່ງມີຄວາມໝາຍວ່າ ແຖວ,ຮອຍ,ໝວດ,ໝູ່,ລະບຽບ. ແຕ່ໃນພາສາາ ວະລີ ແມ່ນໝວດຄຳ ຫຼື ວ່າໝູ່ຄຳຕັ້ງແຕ່ສອງຄຳຂຶ້ນໄປແຕ່ຍັງບໍ່ທັນມີຄວາມສົມບູນຄົບຖ້ວນ.
ຕົວຢ່າງ:
ຈອກແກ້ວ,ຄະນະຫ້ອງ,ໂຮງງານນ້ຳກອນ,ກິນເຂົ້າ,ເປີດປະຕູ....
ປະໂຫຍກ ແມ່ນຄຳນາມ ທີ່ຢືມາຈາກພາສາປາລີ ເຊິ່ງໃນພາສາລາວ
ມີຄວາມໝາຍວ່າແມ່ນຂໍ້ຄວາມ ຫຼື ຄຳເວົ້າໜຶ່ງທີ່ມີຄວາມໝາຍສົມບູນຄົບຖ້ວນ.
ຕົວຢ່າງ:
ຂ້ອຍດື່ມນ້ຳ,ຝົນຕົກ,ແດດອອກ,ລາວຕົວະເຈົ້າ,ປະຕູເປີດ....
ເຮົາສາມາດສັງເກດໄດ້ເຖິງຄວາມແຕກຕ່າງລະຫວ່າງປະໂຫຍກກັບວະລີໄດ້ທີ່ຄຳຂຶ້ນຕົ້ນຂອງໝວດໝູ່ຄໍາ
ຫຼື ຂໍ້ຄວາມ.ຖ້າຄຳໃດຂຶ້ນຕົ້ນດ້ວຍຄຳກິລິຍາ ມັກຈະເປັນວະລີ ແຕ່ເປັນກິລິຍາວະລີເຊັ່ນ:
ເປີດປຶ້ມ,ດື່ມນ້ຳ,ຂຽນໜັງ
ສື...ທີ່ເຫຼືອຈາກນັ້ນກໍສັງເກດຢູ່ທີ່ວ່າມັນມີຂໍ້ຄວາມສອງຄຳຂຶ້ນໄປຖ້າບໍ່ມີຄຳກິລິຍາ ຫລືຄຳຄຸນນາມແຊກກໍສະແດງວ່າເປັນວະລີເຊັ່ນ:ເກີບແຕະ,ເອືິ້ອຍຂ້ອຍ,ນ້ອງສາວເຈົ້າ,ປຶ້ມບັນທຶກ...
ອ້າງອີງຈາກປຶ້ມວັດຈະນະສຶກສາ2019-2020

ความคิดเห็น
แสดงความคิดเห็น