ຄຸນຄ່າຂອງວັນນະຄະດີ
ຄຸນຄ່າສະຫງວນຄວາມງາມ
ວັນນະຄະດີສ່ອງແສງຄວາມງາມຂອງທໍາມະຊາດ, ສັງຄົມ, ແນວຄິດຈິດໃຈ, ອຸດົມຄະຕິຂອງມະນຸດທີ່ມີຫົວຄິດປະດິດສ້າງ
ແລະ ຄວາມອົງອາດກ້າຫານ.
ຄຸນຄ່າສິລະປະ
ຮູບການປະດິດແຕ່ງ,ວາດການແຕ່ງ,ປະເພດວັນນະຄະດີ,ຮູບປະພັນວັນນະຄະດີ ແລະ ສັບພາສາ.
ຄຸນຄ່າໃນການສ່ອງແສງວິຖີຊີວິດຂອງມະນຸດ
(ອັດທະລົດໃນວັນນະຄະດີ)
ຄວາມຮັກ,ຄວາມເບີກບານມ່ວນຊື່ນ,ຄວາມກຽດຄ້ານ,ຄວາມໂສກເສົ້າເສຍໃຈ,ຄວາມເປັນມະນຸດສະທຳ ຫຼື ອາລົມຈິດຂອງຄົນເຮົາ.
ຄຸນຄ່າດ້ານທາງດ້ານແນວຄິດ
ສຶກສາອົບຮົມແນວຄິດຈິດໃຈ,ສະແດງທ່າທີຍົກຍ້ອງ,ສະໜັບສະໜູນທັດສະນະຫຼັກໝັ້ນຂອງສັງຄົມ
ແລະ ຕຳນິວິຈານທັດສະນະທ່າທີ່ອັນບໍ່ດີໃນສັງຄົມ.
ອ້າງອີງຈາກປຶ້ມແບບຮຽນວັນນະຄະດີມ6

ความคิดเห็น
แสดงความคิดเห็น