ຄໍາຕໍ່
ແມ່ນຄໍາທີ່ໃຊ້ຕໍ່ຄໍາໜຶ່ງໃສ່ກັບຄໍາອື່ນ,
ຕໍ່ປະໂຫຍກໜຶ່ງໃສ່ປະໂຫຍກອື່ນ, ຕໍ່ຂໍ້ຄວາມໜຶ່ງໃສ່ກັບຂໍ້ຄວາມອື່ນ ເພື່ອເຮັດໃຫ້ເນື້ອໃນຂອງຄໍາເວົ້າ
ຫຼື ປະໂຫຍກຖືກຕາມແນວຄິດທີ່ຢາກສະແດງອອກໃຫ້ມີຄວາມຕໍ່ເນື່ອງກັນເຊັ່ນ: ກັບ, ແລະ, ແຕ່,
ຍ້ອນ, ຈຶ່ງ, ຈົນ, ກໍປານ, ສໍ່າ, ເພາະ, ປານວ່າ, ປານກັບວ່າ,...
ໜ້າທີ່ຂອງຄໍາຕໍ່
+ຕໍ່ຄໍາກັບຄໍາ
ຕົວຢ່າງ:
- ປຶ້ມກັບສໍ
-
ນັ່ງ
ແລະ ນອນ
-
ເຈົ້າ
ຫຼື ຂ້ອຍ
-
ງາມປານນາງຟ້າ
+ ຕໍ່ປະໂຫຍກກັບປະໂຫຍກ
ຕົວຢ່າງ: - ຂ້ອຍມັກກິນໝາກມ່ວງແຕ່ແຟນຂ້ອຍບໍ່ມັກ
-
ລາວດີໃຈຫຼາຍເພາະລາວເສັງຕິດມະຫາວິທະຍາໄລແຫ່ງຊາດ
-
ລາວເວົ້າປານກັບວ່າຮູ້ລາວຮູ້ໝົດທຸກຢ່າງ
+ ຕໍ່ຂໍ້ຄວາມກັບຂໍ້ຄວາມ
ຕົວຢ່າງ:
- ທ້າວສົມດີຫຼິ້ນກິລາຈົນເຫື່ອໄຫຼອາບໜ້າກໍຍັງບໍ່ເຊົາ. ສ່ວນທ້າວຄໍາແກ້ວຫຼິ້ນໜ້ອຍດຽວກໍເຊົາ.
- ຍ້ອນຝົນຕົກແຮງເພິ່ນຈຶ່ງບໍ່ມາ
ອ້າງຈາກປຶ້ມພາສາລາວຊັ້ນມ2 2012

ความคิดเห็น
แสดงความคิดเห็น