ອັກສອນລາວແບ່ງອອກເປັນ
3 ໝວດຄື:
1. ພະຍັນຊະນະ
-
ພະຍັນຊະນະເຄົ້າ:
ແມ່ນພະຍັນຊະນະຕົວເດີມ ຍັງບໍ່ທັນປະສົມກັບຕົວອື່ນ. ອັກສອນສູງ, ອັກສອນກາງ ແລະ
ອັກສອນຕໍ່າ.
-
ພະຍັນຊະນະປະສົມ:
ແມ່ນພະຍັນຊະນະທີ່ເອົາພະຍັນຊະນະເຄົ້າສອງຕົວມາປະສົມກັນ.ມີ 6 ຕົວ: ຫງ, ຫຍ, ໜ, ໝ, ຫຼ,
ຫວ.
-
ພະຍັນຊະນະຄວບ:
ແມ່ນພະຍັນຊະນະທີ່ເອົາສຽງຂອງມັນເຂົ້າໄປຄວບກັບພະຍັນຊະນະຕົວອື່ນ.ພະຍັນຊະນະຄວບໃນພາສາລາວແມ່ນມີແຕ່ຕົວ
ວ.
-
ອັກສອນແກນ
ແລະ ຕົວສະກົດ:
ອັກສອນແກນ
ແມ່ນພະຍັນຊະນະທີ່ເອົາສຽງຂອງຕົນເປັນແກນສຽງຄໍາເວົ້າ. ອັກສອນແກນໃນພາສາລາວມັງທັງໝົດ 33
ຕົວ.ເປັນທັງອັກສອນແກນ ແລະ ຕົວສະກົດມີ 8 ຕົວຄື: ຕົວສະກົດເປັນແມ່ນຕົວສະກົດທີ່ຜັດສຽງໄປຕາມວັນນະຍຸດໄດ້ເຊິ່ງມີ
5 ຕົວຄື: ງ ຍ ນ ມ ວ ແລະ ຕົວສະກົດຕາຍ
ແມ່ນຕົວສະກົດທີ່ບໍ່ສາມາດຜັນສຽງໄປຕາມວັນນະຍຸດໄດ້ ເຊິ່ງມີ 3 ຕົວຄື: ກ ດ ບ.
2. ສະຫຼະ
ແມ່ນອັກສອນໜຶ່ງທີ່ໃຊ້ປະກອບກັບສຽງພະຍັນຊະນະໃຫ້ອ່ານອອກເປັນສຽງພະຍາງ ຫຼື ເປັນຄໍາເວົ້າ.
ສະຫຼະໃນພາສາລາວມ 28 ຕົວ,
-
ສະຫຼະສຽງສັ້ນ-ຍາວມີ
12 ຄູ່
-
ສະຫຼະພິເສດ
4 ຕົວ
-
ສະຫຼະປະສົມ
ແມ່ນສະຫຼະທີ່ເກີດຈາກສະຫຼະດ່ຽວ 2 ຕົວປະສົມກັນແລ້ວເປັນສະຫຼະສຽງໃໝ່.
3. ວັນນະຍຸດ
ແມ່ນອັກສອນທີ່ໃຊ້ເປັນສຽງ ເພື່ອໃຫ້ສໍານຽງສຽງເວົ້າແຕກຕ່າງຈາກສຽງຂອງສະຫຼະ ແລະ
ພະຍັນຊະນະເດີມ. ວັນນະຍຸດໃນພາສາລາວມີ 4 ໄມ້ຄື: x່, x້, x໊, x໋.

ความคิดเห็น
แสดงความคิดเห็น